ສື່ມວນຊົນເຢຍລະມັນສືບຕໍ່ຕີລາຄາສູງການຢ້ຽມຢາມເອີລົບຕາເວັນອອກຂອງທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ

ສື່ມວນຊົນເຢຍລະມັນສືບຕໍ່ຕີລາຄາສູງການຢ້ຽມຢາມເອີລົບຕາເວັນອອກຂອງທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ - ảnh 1
ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ຢູ່​ສະ​ຖາ​ບັນ Körbe
(ພາບ: ASEANToday)

(vovworld) - ​ເວັບ​ໄຊ finanzen.net, ​ເຊິ່ງ​ແມ່ນ​ປະຕູ​ຖານ​ການ​ເງິນ​ໃຫຍ່​ກວ່າ​ໝູ່​ຂອງ​ເຢຍລະ​ມັນ, ​ໃຫ້​ຮູ້​ວ່າການ​ຢ້ຽມຢາມ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນຂອງ​ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຈາກ ​ແບກ​ລິນ ກໍ່​ຄື​ສະຫະພາບ​ເອີ​ລົບ ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບົດ​ຂຽນ​ຊີ້​ແຈ້ງວ່າ, ​ໃນ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ປະ​ເທດ​ຕ່າງໆ​, ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ໄດ້​ຢັ້ງຢືນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ​ແນວທາງ​​ແລະ ຄວາມ​ປາດ​ຖະໜາຂອງ​ຫວຽດນາມ​ຢ່າງ​ຈະ​ແຈ້ງ, ນັ້ນ​ແມ່ນ​ພ້ອມ​ກັນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ບົນ​ທະ​ເລ​ຕາ​ເວັນ​ອອກ​ຜ່ານ​ບັນດາ​ມາດ​ຕະການ​ສັນຕິພາບ. ບົດ​ຂຽນ​ກໍ່​ໃຫ້​ຂໍ້​ສັງ​ເກດ​ວ່າການ​ຢ້ຽມຢາມ​ບັນດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ຕົກ​ຂອງ​ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ເຢັຍລະ​ມັນ, ​ແບນ​ຊິກ ​ແລະ ຄະນະ​ກຳມະການ​ເອີ​ລົບ​ໃນ​ການ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ EU - ຫວຽດນາມ ​ໂດຍ​ໄວ, ກໍ່​ຄື​ຮັບຮອງ​ຫວຽດນາມ​ເປັນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ​ເມື່ອ​ສັນຍາ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ.

        ກ່ອນ​ໜ້າ​ນັ້ນ, ກະຊວງ​ເສດຖະກິດ ​ແລະ ພະລັງງານ​ເຢຍລະ​ມັນ ກໍ່​ໄດ້​ໃຫ້​ຂ່າວ, ບົດ​ກ່ຽວ​ກັບ​ການ​ພົບ​ປະລະ​ຫວ່າງ​ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກັບ​ທ່ານ​ລັດຖະມົນຕີ ກະຊວງ​ເສດຖະກິດ ​ແລະ ພະລັງງານ​ເຢຍລະ​ມັນ Sigmar Gabriel.


ຂ່າວ/ບົດ​ອື່ນ