ສຸມແຫຼ່ງກຳລັງກໍ່ສ້າງກອງທັບ, ປັບປຸງທ່າຮົບປ້ອງກັນຊາດຢ່າງໝັ້ນຄົງ

ສຸມແຫຼ່ງກຳລັງກໍ່ສ້າງກອງທັບ, ປັບປຸງທ່າຮົບປ້ອງກັນຊາດຢ່າງໝັ້ນຄົງ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 22/12, ​ແມ່ນ​ວັນ​ສະ​ເຫຼີ​ມສະຫຼອງ 72 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ (22/12/1944-22/12/2016) ​ແລະ 27 ປີ ​ແຫ່ງ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດ (22/12/1989-22/12/2016). ບັນດາ​ໜັງສືພິມ​ສຳຄັນ​ຂອງ ຫວຽດນາມ ​ໄດ້​ລົງ​ພິມຫຼາຍ​ຂ່າວ, ບົດກ່ຽວ​ກັບ​ເຫດການ​ນີ້. ບົດ​ນຳ​ໃນ​ໜັງສື​ພິມ ກວນ​ໂດ້ຍ​ເຍິນ​ເຢີ​ນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ) ດ້ວຍ​ຫົວ​ຂໍ້​ວ່າ “ສຸມ​ແຫຼ່ງ​ກຳລັງ​ກໍ່ສ້າງກອງທັບ, ປັບປຸງ​ທ່າ​ຮົບ​ຢ່າງ​ໝັ້ນຄົງ“ ​ໃນ​ນັ້ນ​ຢືນຢັນ​ວ່າ: ກອງທັບ​ປະຊາຊົນ ຫວຽດນາມ ​ແມ່ນ​ກອງ​ທັບ​ແຫ່ງ​ໄຊຊະນະ​ໃນ​ການ​ສູ້​ຮົບ. ປະຈຸ​ບັນ, ​ກໍ່ສ້າງ​ກອງທັບ​ປະຊາຊົນ ຫວຽດນາມ ປະຕິວັດ, ​ເປັນ​ກຳລັງ​ຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ… ​ເພື່ອ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ, ​ໃນ​ຊຸມ​ປີຜ່ານມາ, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ ຫວຽດນາມ ​ໄດ້​ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ກອງທັບ, ​ເພີ່ມ​ທະວີ​ກຳລັງ​ບົ່ມ​ຊ້ອນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ, ທ່າ​ຮົບ​ສົງຄາມ​ປະຊາຊົນ, ຮັບປະກັນ​ໃຫ້​ກອງທັບ​ ຫວຽດນາມ ຍາມ​ໃດ​ກໍ່​ປະຕິບັດ​ບົດບາດ​ໜ້າ​ທີ່​ຂອງ​ຕົນ​ສຳ​ເລັດ, ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ບໍ່​ວ່າ​ສະພາບ​ການ​ໃດ.

ສ່ວນ​ໜັງສືພິມ ​ເຍິນ​ເຢີ​ນ (ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ) ກໍ່​ຢືນຢັນ​ວ່າ: ​ໂດຍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ໃນ  7 ກວ່າ​ທົດ​ສະ​ວັດ​ຜ່ານ​ມາ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ, ບໍລິຫານ​ຂອງ​ລັດ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ຫວຽດນາມ ​ໄດ້​ສຸມ​ໃສ່​ກໍ່ສ້າງ​ກອງທັບ​ປະຕິວັດ​ເປັນ​ກຳລັງ​ຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ສົມ​ກັບຄຳ​ຍ້ອງຍໍ​ຂອງ​ປະທານ ​ໂຮ່ຈີ​ມິນ​ທີ່​ວ່າ: “ກອງທັບ​ຫວຽດນາມ​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ກະຕັນ​ຍູຕໍ່​ປະຊາຊົນ, ພ້ອມ​ແລ້ວ​ທີ່​ຈະ​ຕໍ່ສູ້​ຍອມ​ສະຫຼະ​ຊີ​ວິດ​ເພື່ອ​ເອກະລາດ,​​ ເສລີພາບ​ຂອງ​ປະ​ເທ​ດຊາດ, ​ເພື່ອ​ລັດທິ​ສັງຄົມ​ນິຍົມ“.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ຢ້ຽມ​ຢາມ​ພະ​ນັກ​ງານ, ນັກ​ຮົບ ກອງ​ພັນ​ນ້ອຍ​ທະ​ຫານ​ບົກ​ປ້ອງ​ກັນ​ເກາະ 242 ຢູ່ ເມືອງ​ເວີນ​ດົນ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ໄດ​້​ເນັ້ນ​ຫນັກ​ເຖິງ​ຫນ້າ​ທີ່​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ ແລະ ປາດ​ຖະ​ຫນາ​ຢາກໃຫ້​ພະ​ນັກ​ງານ, ນັກ​ຮົບ​ກອງ​ພົນ​ນ້ອຍ 242 ແລະ ການ​ທະ​ຫານ​ເຂດ 3 ສືບ​ຕໍ່​ເສີມ​ຂະ​ຫຍາຍ​ໝາ​ກ​ຜົນ​ທີ່​ບັນ​ລຸ​ໄດ້, ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ປ້ອງ​ກັນ​ຊາດ​ຢູ່​ທ້ອງ​ຖິ່​ນ​ຢ່າງ​ມີ​ໄຊ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ເນັ້ນ​ຫນັກ​ວ່າ:

“ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ຊື່ງ​ພັກ,ລັດ​ໄດ້​ມອບ​ໝາຍ​ໃຫ້​ໃນ​ໄລ​ຍະ​ຜ່ານ​ມາ​ເປັນ​ຢ່າງ​ດີ. ພິ​ເສດ ປະ​ເທດ​ພວກ​ເຮົາ​ມີ​ຝັ່ງ​ທະ​ເລ​ຍາວກວ່າ 3.200 ກິ​ໂລ​ແມັດ, ບັນ​ຫາ​ທະ​ເລ ​ໝູ່​ເກາະ, ເປັນ​ຕົ້ນ​ແມ່ນບັນ​ຫາ​ທະ​ເລ​ເວັນຕາອອກ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ການ​ພັດ​ທະ​ນາ​ໄລ​ຍະ​ຈະ​ມາ​ເຖິງ. ໃນ​ສະ​ພາບ​ການ​ໃຫມ່ຂອງ​ປະ​ເທດ​ຊາດ ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ຕ້ອງວາງ​ອອກ​ໃນ​ຫນ້າ​ທີ່​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ.”

ຂ່າວ/ບົດ​ອື່ນ