ສຸມ​ໃສ່​ຈັດ​ຕັ້ງ, ຜັນ​ຂະ​ຫຍາຍ​ວຽກງານໃຫ້​ກູ້​ຢືມ​ທຶນ ຮັບ​ປະ​ກັນການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ, ມີ​ປະ​ສິ​ດ​ທິ​ຜົນ, ຖືກ​ເປົ້າ​ໝາຍ​ທີ່​ໄດ້​ຊົມ​ໃຊ້​ນະ​ໂຍ​ບາຍ​ສັງ​ຄົມ

(VOVWORLD) -ການຜັນຂະຫຍາຍປະຕິບັດນະໂຍບາຍສິນເຊື່ອບຸລິມະສິດຢ່າງທັນການ, ມີປະສິດທິຜົນ, ຖືກເປົ້າໝາຍທີ່ໃຫ້ກູ້ຢືມນັ້ນ ຈະຊ່ວຍໃຫ້ຄົນທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍນຳໃຊ້ແຫຼ່ງກຳລັງຂອງລັດຢ່າງມີປະສິດທິຜົນ. 
ສຸມ​ໃສ່​ຈັດ​ຕັ້ງ, ຜັນ​ຂະ​ຫຍາຍ​ວຽກງານໃຫ້​ກູ້​ຢືມ​ທຶນ ຮັບ​ປະ​ກັນການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ, ມີ​ປະ​ສິ​ດ​ທິ​ຜົນ, ຖືກ​ເປົ້າ​ໝາຍ​ທີ່​ໄດ້​ຊົມ​ໃຊ້​ນະ​ໂຍ​ບາຍ​ສັງ​ຄົມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 16 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມທາງໄກ ຜັນຂະຫຍາຍມະຕິຂອງລັດຖະບານ ກ່ຽວກັບ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການດັ່ງກ່າວ.

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ເນັ້ນໜັກວ່າ ການຜັນຂະຫຍາຍປະຕິບັດນະໂຍບາຍສິນເຊື່ອບຸລິມະສິດຢ່າງທັນການ, ມີປະສິດທິຜົນ, ຖືກເປົ້າໝາຍທີ່ໃຫ້ກູ້ຢືມນັ້ນ ຈະຊ່ວຍໃຫ້ຄົນທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍນຳໃຊ້ແຫຼ່ງກຳລັງຂອງລັດຢ່າງມີປະສິດທິຜົນ:

     “ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນ ຈົ່ງສືບຕໍ່ເອົາໃຈໃສ່ໄວ້ໃຈຝາກແຫຼ່ງທຶນຜ່ານທະນາຄານນະໂຍບາຍເພື່ອແຫຼ່ງທຶນດັ່ງກ່າວມາຮັບໃຊ້ການຟື້ນຟູເສດຖະກິດຢູ່ທ້ອງຖິ່ນຕົນ; ກໍຄືໜູນຊ່ວຍບັນດາເປົ້າໝາຍທີ່ຍັງປະສົບກັບຄວາມຫຍຸ້ງຍາກ. ເມື່ອມີນະໂຍບາຍແລ້ວ ຕ້ອງປະຕິບັດໃຫ້ເປັນຢ່າງດີ. ສຳລັບບັນດາກະຊວງ, ຂະແໜງການ, ຕ້ອງມີການສຳຫຼວດກວດຄືນນະໂຍບາຍ ແລະ ອາດຈະຜັນຂະຫຍາຍໂດຍໄວ”.


ຕອບກັບ

ຂ່າວ/ບົດ​ອື່ນ