ສຸມໃສ່ບັນດາມາດຕະການຍົກສູງບົດບາດຕິດຕາມກວດກາຂອງສະພາປະຊາຊົນທຸກຂັ້ນ

ສຸມໃສ່ບັນດາມາດຕະການຍົກສູງບົດບາດຕິດຕາມກວດກາຂອງສະພາປະຊາຊົນທຸກຂັ້ນ - ảnh 1
ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) – ສຸມ​ໃສ່​ບັນ​ດາ​ມາດ​ຕະ​ການ​ຍົ​ກ​ສູງ​ບົດ​ບາດ​ຕິດ​ຕາມກວ​ດ​ກາ​ຂອງ​ສະ​ພາ​ປະ​ຊາ​ຊົນ​ທ​ຸກ​ຂັ້ນ - ນີ້​ແມ່ນ​ການ​ຊີ້​ນຳ​ຂອງ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ  ຕ່ອງ​ທິ​ຟ໋ອງ ທີ່ກອງ​ປະ​ຊຸມ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ​ສະ​ພາ​ປະ​ຊາ​ຊົນ 14 ແຂວງເຂດ​ພູ​ພຽງ ແລະ ພູ​ສູງ​ທາງ​ທິດ​ເໜືອ​ຄັ້​ງ​ທີ 8 ຢູ່​ແຂວງ ລາວ​ກາຍ ໃນ​ຕອນ​ເຊົ້າ​ວັນ​ທີ 22/4. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ຜູ້​ແທນ​ສູນ​ກາງ ແລະ 14 ແຂວງ​ເຂດ​ພູ​​ພຽງ, ພູ​ສູງ​ທາງ​ທິ​ດ​ເໜືອ ກ່​ວາ 300 ທ່ານ.

        ດ້ວຍ​ຫົວ​ຂໍ້​ວ່າ “ສະ​ພາ​ປະ​ຊາ​ຊົນທຸກ​ຂັ້ນ​ໃນ​ກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ - ສະ​ພາບ​​ຕົວ​ຈິງ ແລະ ມາດ​ຕະ​ການ”, ບັນ​ດາ​ຜູ້​ແທນ​ໄດ້​ຍົກ​ອອ​ກ​ບັນ​ດາ​ບົດ​ຮຽນ, ບັນ​ດາ​ມາດ​ຕະ​ການ​ທີ່​ດີ​ເພື່ອ​ສືບ​ຕໍ່​ປ່ຽນ​ໃໝ່​ຮອບ​ດ້ານ, ຍົກ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ອຳ​ນາດ​ການ​ປົກ​ຄອງລັດ​ຢູ່​ ທ້ອງ​ຖິ່ນ​​ຕາມເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ພ້ອມ​ທັງ​ປະ​ກອບ​ບັນ​ດາ​ຄຳ​ເຫັນ​ສຳ​ຄັນ​ເຂົ້າ​ໃນ​ເນື້ອ​ໃນ​ຮ່າງ “ກົດ​ໝາຍ​ວ່າ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ​​ທ້ອງ​ຖິ່ນ”. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ເນັ້ນ​ໜັກ​ວ່າ:

        “ກອງ​ປະ​ຊຸມ​ແມ່ນ​ໂອ​ກາດ​ອັນ​ລ້ຳ​ຄ່າ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ, ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ, ຂໍ້​ສະ​ເໜີ​ໃຫ້​ແກ່​ການ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ປະ​ຊາ​ຊົນ. ປະ​ກອບ​ສ່ວນກໍ່​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ຂອງ​ປະ​ຊາ​ຊົນ​, ໂດຍ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ ຢ່າງ​ແທດ​ຈິງ. ກໍ່​ຄື​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການກໍ່​ສ້າງ​ແຜນ​ຮ່າງ “ກົດ​ໝາຍ​ວ່າ​ດ້ວຍ​ອຳ​ນາດ​ການ​ປົ​ກ​ຄອງ​ທ້ອງ​ຖິ່ນ” ເຊິ່ງຈະ​ໄດ້​ນຳ​ມ​າ​ປຶກ​ສາ​ຫາ​ລື ໃນ​ສະ​ໄໝ​ປະ​ຊຸມ​ຈະ​ມາ​ເຖິງ.”

 

ຂ່າວ/ບົດ​ອື່ນ