ສຸມໃສ່ໜູນຊ່ວຍປະຊາຊົນເຂດຖືກນ້ຳແກ່ງນ້ຳຖ້ວມຢູ່ ເງະອານ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ໄດ້ຊີ້ນຳໃຫ້ແຂວງ ຕ້ອງຈັດການລຳລຽງທັນຍາຫານ, ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ບັນດາຕາແສງ, ບ້ານທີ່ພວມຖືກຕັດຂາດຈາກພາຍນອກ, ບໍ່ປະໃຫ້ປະຊາຊົນຜູ້ໃດຖືກອຶດຫິວຍ້ອນຝົນຕົກນ້ຳແກ່ງນ້ຳຖ້ວມ.
ສຸມໃສ່ໜູນຊ່ວຍປະຊາຊົນເຂດຖືກນ້ຳແກ່ງນ້ຳຖ້ວມຢູ່ ເງະອານ - ảnh 1(ກຳລັງກອງທັບໜູນຊ່ວຍປະຊາຊົນ ເງະອານ ແກ້ໄຂຄວາມຫຍຸ້ງຍາກ)

        ຮອດຕອນຄ່ຳວັນທີ 24 ກໍລະກົດ, ຍ້ອນຜົນສະທ້ອນຂອງສະພາບນ້ຳແກ່ງຖ້ວມຄັ້ງປະຫວັດສາດ, ໃນບໍລິເວນແຂວງ ເງະອານ ຍັງມີ 24 ຕາແສງຖືກຕັດຂາດຈາກພາຍນອກ. ຕາມການສະຖິຕິໃນເບື້ອງຕົ້ນ, ຢູ່ແຂວງ ມີ 4 ຄົນເສຍຊີວິດ, 80.000 ຄົນຢູ່ເຂດໃຈກາງນ້ຳແກ່ງນ້ຳຖ້ວມຕ້ອງການໄດ້ຮັບການຊ່ວຍເຫຼືອ.

        ໂດຍໄປກວດກາ, ຊີ້ນຳວຽກງານຮັບມື, ແກ້ໄຂສະພາບນ້ຳແກ່ງນ້ຳຖ້ວມຄັ້ງປະຫວັດສາດຢູ່ແຂວງ ເງະອານ ໂດຍກົງ, ວັນທີ 24 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ໄດ້ຊີ້ນຳໃຫ້ແຂວງ ຕ້ອງຈັດການລຳລຽງທັນຍາຫານ, ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ບັນດາຕາແສງ, ບ້ານທີ່ພວມຖືກຕັດຂາດຈາກພາຍນອກ, ບໍ່ປະໃຫ້ປະຊາຊົນຜູ້ໃດຖືກອຶດຫິວຍ້ອນຝົນຕົກນ້ຳແກ່ງນ້ຳຖ້ວມ. ສູນກາງສະພາກາແດງ ຫວຽດນາມ ໄດ້ຕົກລົງໜູນຊ່ວຍໂດຍດ່ວນໃຫ້ແກ່ປະຊາຊົນເຂດຖືກນ້ຳແກ່ງນ້ຳຖ້ວມ ດ້ວຍຈຳນວນເງິນເກືອບ 650 ລ້ານດົ່ງ, ພ້ອມກັນນັ້ນກໍ່ຈັດສົ່ງຄະນະປະຕິບັດງານໄປຍັງທ້ອງຖິ່ນເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບເຄື່ອງຂອງໃຫ້ບັນດາຄອບຄົວທີ່ຖືກຜົນສະທ້ອນຢ່າງໜັກໜ່ວງ.

ຕອບກັບ

ຂ່າວ/ບົດ​ອື່ນ