ສວນສັດປ່າຢູ່ ອາເມລິກາ ຕ້ອນຮັບບຸນເຕັດປີມະໂລງ 2024

(VOVWORLD) - ຈຳນວນສະມາຊິກຂອງສະຫະພັນສັດຕະວະວິທະຍາໃຫຍ່ທີ່ສຸດໃນໂລກນີ້ຂຶ້ນເຖິງຈຳນວນກ່ວາ 250.000 ຄອບຄົວ ແລະ ໃນນັ້ນມີເດັກນ້ອຍ 130.000 ຄົນ.

ສວນສັດ San Diego ຂອງ ອາເມລິກາ ໄດ້ເລີ່ມຈັດເຫດການພິເສດ ທີ່ແກ່ຍາວເປັນເວລາ 2 ວັນ, ຄືວັນທີ 17 -18 ກຸມພາ ເພື່ອສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດບາງປະເທດ ອາຊີ. ເຫດການນີ້ໂດຍສະຫະພັນ ສັດປ່າ San Diego - ເຊິ່ງເປັນອົງການອະນຸລັກຮັກສາບໍ່ຫວັງຜົນກຳໄລສາກົນ California ປະຕິບັດ. ຈຳນວນສະມາຊິກຂອງສະຫະພັນສັດຕະວະວິທະຍາໃຫຍ່ທີ່ສຸດໃນໂລກນີ້ຂຶ້ນເຖິງຈຳນວນກ່ວາ 250.000 ຄອບຄົວ ແລະ ໃນນັ້ນມີເດັກນ້ອຍ 130.000 ຄົນ.

        ເມື່ອໄປຢ້ຽມຢາມສວນສັດ San Diego  ໃນຊຸມວັນນີ້, ແຂກທ່ອງທ່ຽວຈະໄດ້ຮັບອັ່ງເປົ່າສີແດງ, ພົບປະກັບບັນດານັກຊ່ຽວຊານ ແລະ ຊອກຮູ້ກ່ຽວກັບສັດປ່າ. ແຂກທ່ອງທ່ຽວ ຈະໄດ້ມັດສາຍໂບສີແດງ ທີ່ຂຽນບັນດາຄວາມຫວັງຂອງຕົນໃສ່ “ຕົ້ນໄມ້ແຫ່ງຄວາມຫວັງ” ໃນບໍລິເວນສວນສັດ.

ຕອບກັບ

ຂ່າວ/ບົດ​ອື່ນ