ສວນ​ອຸ​ທິ​ຍານ​ທໍ​ລະ​ນີ​ສາດ​ທົ່ວ​ໂລກ UNESCO ດິນ​ແດນ ກາວ​ບັ່ງ ແມ່ນ “ຮູບ​ແບບ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ ຕາ​ໜ່າງ​ສວນ​ອຸ​ທິ​ຍານ​ທໍ​ລະ​ນີ​ສາດ​ທົ່ວ​ໂລກ UNESCO”

(VOVWORLD) -    ເຂົ້າຮ່ວມກອງປະຊຸມ GGN ຄັ້ງນີ້, ຜູ້ຕາງໜ້າສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ໄດ້ແບ່ງປັນບົດຮຽນປະສົບການໃນໄລຍະສ້າງສາ ແລະ ພັດທະນາ ພ້ອມທັງຮັບເອົາບັນດາຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນຈາກຫຼາຍປະເທດ.
ສວນ​ອຸ​ທິ​ຍານ​ທໍ​ລະ​ນີ​ສາດ​ທົ່ວ​ໂລກ UNESCO ດິນ​ແດນ ກາວ​ບັ່ງ ແມ່ນ “ຮູບ​ແບບ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ ຕາ​ໜ່າງ​ສວນ​ອຸ​ທິ​ຍານ​ທໍ​ລະ​ນີ​ສາດ​ທົ່ວ​ໂລກ UNESCO” - ảnh 1ສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ແມ່ນ 1 ໃນ 5 ສວນອຸທິຍານທໍລະນີສາດໃນໂລກທີ່ໄດ້ຮັບລາງວັນ “ຮູບແບບເຄື່ອນໄຫວຢ່າງມີປະສິດທິຜົນຂອງຕາໜ່າງສວນອຸທິຍານທໍລະນີສາດທົ່ວໂລກ UNESCO”. (ພາບ: VOV)

ໃນຂອບເຂດກອງປະຊຸມສາກົນຄັ້ງທີ 11 ຂອງຕາໜ່າງສວນອຸທິຍານທໍລະນີສາດທົ່ວໂລກ ອົງການສຶກສາ - ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) (GGN) ໄດ້ດຳເນີນຢູ່ສວນອຸທິຍານທໍລະນີສາດທົ່ວໂລກ UNESCO Ktutralkura, ສ. ຈີເລ ແຕ່ວັນທີ 05 – 15 ກັນຍາ, ສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ແມ່ນ 1 ໃນ 5 ສວນອຸທິຍານທໍລະນີສາດໃນໂລກທີ່ໄດ້ຮັບລາງວັນ “ຮູບແບບເຄື່ອນໄຫວຢ່າງມີປະສິດທິຜົນຂອງຕາໜ່າງສວນອຸທິຍານທໍລະນີສາດທົ່ວໂລກ UNESCO”.

        ເຂົ້າຮ່ວມກອງປະຊຸມ GGN ຄັ້ງນີ້, ຜູ້ຕາງໜ້າສວນອຸທິຍານທໍລະນີສາດທົ່ວໂລກດິນແດນ ກາວບັ່ງ ໄດ້ແບ່ງປັນບົດຮຽນປະສົບການໃນໄລຍະສ້າງສາ ແລະ ພັດທະນາ ພ້ອມທັງຮັບເອົາບັນດາຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນຈາກຫຼາຍປະເທດ.

        ໃນໂອກາດນີ້ ກາວບັ່ງ ກໍສ້າງເຂດວາງສະແດງວັດທະນະທຳສວນອຸທິຍານທໍລະນີຍາສາດ ເພື່ອແນະນຳກັບເພື່ອນມິດສາກົນບັນດາຄຸນຄ່າອັນພົ້ນເດັ່ນກ່ຽວກັບມໍລະດົກທໍລະນີສາດ, ວັດທະນະທຳ, ປະຫວັດສາດ, ທິວທັດທຳມະຊາດຂອງ ກາວບັ່ງ.

        ລາງວັນຄັ້ງນີ້ ໄດ້ຢັ້ງຢືນທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງສວນອຸທິຍານທໍລະນີສາດກາວບັ່ງ ພ້ອມທັງແມ່ນກຳລັງໜູນເພື່ອໃຫ້ ກາວບັ່ງ ສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງຮູບແບບນີ້, ຕິດພັນການອະນຸລັກຮັກສາມໍລະດົກກັບການພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ