ສີສັນທີ່ເປັນເອກະລັກສະເພາະຂອງງານບຸນລົງທົ່ງນາ ຢູ່ແຂວງ ທ໋າຍງວຽນ

(VOVWORLD) -ວັນທີ 25 ກຸມພາ ກົງກັບວັນທີ 10 ເດືອນຈຽງ, ງານບຸນລົງທົ່ງນາໄດ້ດຳເນີນຢູ່ຕາແສງ ຟູ໋ດີງ, ເມືອງ ດິງຮ໋ວາ ແຂວງ ທ໋າຍງວຽນ ດ້ວຍຄວາມໝາຍພາວະນາຂໍໃຫ້ປີໃໝ່ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ, ເຊິ່ງໄດ້ດຶງດູດແຂກທ່ອງທ່ຽວມາເຂົ້າຊົມເປັນຈຳນວນຫລວງຫລາຍ.
ສີສັນທີ່ເປັນເອກະລັກສະເພາະຂອງງານບຸນລົງທົ່ງນາ ຢູ່ແຂວງ ທ໋າຍງວຽນ - ảnh 1 ງານບຸນລົງທົ່ງນາ ຢູ່ແຂວງ ທ໋າຍງວຽນ (ພາບ: TTXVN)

ໃນສ່ວນທຳພິທີການລວມມີບັນດາການເຄື່ອນໄຫວຄື: ພິທີຖະຫວາຍທູບທຽນຢູ່ເຂດອະນຸສາວະລີ ປະທານ ໂຮ່ຈີມິນ; ພິທີພາວະນາຂໍໃຫ້ລະດູການຜະລິດ ຂອງພໍ່ແມ່ປະຊາຊົນຊາວເຜົ່າ ໄຕ, ຊານໄຈ ໄດ້ຮັບຜົນດີ; ພິທີພາວະນາຂໍໃຫ້ປະຊາຊົນມີຄວາມຜາສຸກ, ພິທີລົງທົ່ງໄຖນາ…ງານບຸນດຳເນີນໄປຢ່າງຟົດຟື້ນມ່ວນຊື່ນ ດ້ວຍບັນດາການເຄື່ອນໄຫວວັດທະນະທຳສິລະປະ, ກາຍະສຶກສາ, ການວາງສະແດງຮູບແຕ້ມຕ່າງໆ. ຈຸດທີ່ເປັນເອກະລັກສະເພາະຂອງງານບຸນລົງທົ່ງໄຖນາ ແມ່ນບັນດາລາຍການສະແດງລະຄອນຕຸກກະຕາຂອງຊາວເຜົ່າ ໄຕ, ພິທີລົງທົ່ງນາ ແລະ ບັນດາພິທີພາວະນາຂໍໃຫ້ລະດູການຜະລິດຕ່າງໆໄດ້ຮັບຜົນດີຂອງພໍ່ແມ່ປະຊາຊົນຊາວເຜົ່າ ໄຕ, ຊານໄຈ ແລະ ພິທີພາວະນາຂໍໃຫ້ປະຊາຊົນມີຄວາມຜາສຸກຂອງຊົນເຜົ່າ ຢ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ