“ສີສັນໄຕບັກ“ໄດ້ຮັບເລືອກເປັນຫົວຂໍ້ຂອງປີທ່ອງທ່ຽວແຫ່ງຊາດ 2017

“ສີສັນໄຕບັກ“ໄດ້ຮັບເລືອກເປັນຫົວຂໍ້ຂອງປີທ່ອງທ່ຽວແຫ່ງຊາດ 2017 - ảnh 1
ຮູບພາບນາຂັ້ນໄດຢູ່ເຂດໄຕບັກ

(vovworld) - ຄະນະ​ຊີ້​ນຳ, ຄະນະ​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 ລາວ​ກາຍ - ​ໄຕ​ບັກ (ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ) ຫາ​ກໍ່​ເປັນ​ເອກະ​ພາບ​ເລືອກ​ເຟັ້ນຫົວ​ຂໍ້​ໃຫ້​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017, ນັ້ນ​ແມ່ນ “ສີສັນ​ໄຕ​ບັກ“. ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 ​ໂດຍ​ແຂວງ​ ລາວ​ກາຍ​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ 7 ​ແຂວງ ​ໄຕ​ບັກ​ເປີດ​ກວ້າງ​ແມ່ນ​: ອຽນ​ບ໋າ​ຍ, ຟູ໋ທໍ້, ຮ່ວາ​ບິ່ງ, ​ເຊີນ​ລາ, ລາຍ​ເຈົາ, ດ້ຽນບຽນ, ຮ່າ​ຢາງ. ​ໃນປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 ຈະ​ມີການ​ເຄື່ອນ​ໄຫວ 42 ຢ່າງ, ​ໃນ​ນັ້ນ​ມີ​ກນ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ແລະ ການ​ເຄື່ອນ​ໄຫວ​ໂຄສະນາ 22 ຢ່າງ… ພິທີ​ໄຂ ​ແລະ ປະກາດ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017  ລວກາຍ - ​ໄຕ​ບັກ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 2/2017, ດ້ວຍ​ບັນດາ​ຜະລິດ​ຕະພັນ: ການທ່ອງ​ທ່ຽວປະຊາ​ຄົມ ​ໄຕ​ບັກ; ການທ່ອງທ່ຽວ​ຄົ້ນ​ຫາ​ເສັ້ນທາງ​ມໍລະດົກ​ນາ​ຂັ້ນ​ໄດ; ຕະຫຼາດນັດ​ເຂດ​ພູ​ສູງ; ລາຍການ​ທ່ອງ​ທ່ຽວ “ຮອຍ​ຕີນ​ມະຫັດສະຈັນ, ຄົ້ນ​ຫາ​ບັນດາ​ເສັ້ນທາງ​ເຄື່ອນ​ທັບ​ໃນ​ບັ້ນ​ຮົບ ດ້ຽນບຽນ​ປະຫວັດສາດ; ການທ່ອງທ່ຽວ ພິຊິດ​ຄວາມ​ສູງ“.

ຂ່າວ/ບົດ​ອື່ນ