ສສລັດເຊຍຮຽກຮ້ອງຍົກເລີກສົນທິສັນຍາມິດຕະພາບແລະຄູ່ຮ່ວມມືກັບຢູແກຼນ

ສສລັດເຊຍຮຽກຮ້ອງຍົກເລີກສົນທິສັນຍາມິດຕະພາບແລະຄູ່ຮ່ວມມືກັບຢູແກຼນ - ảnh 1
(ພາບປະກອບ: Reuters)

(vovworld) - ວັນ​ທີ 15/8, ກຸ່ມ​ສະມາຊິກ​ລັດຖະສະພາ​ ຂອງພັກ​ກອມ​ມູນິດ ສະຫະພັນ​ລັດ​ເຊຍ, ​ໂດຍ​ທ່ານ Sergei Obukhov ​ເປັນ​ຫົວໜ້າ ​ໄດ້ຝາກ​ຈົດໝາຍ​ເຖິງ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຮຽກຮ້ອງ ຍົກ​ເລີກ​ສົນ​ທິສັນຍາ​ມິດຕະພາບ ​ແລະ​ຄູ່​ຮ່ວມ​ມື​ກັບ ​ຢູ​ແກຼນ ພາຍຫຼັງ​ກົນອຸບາຍ​ກໍ່​ການ​ຮ້າຍ​ຖືກ​​ເຜີຍ​ອອກ​ຢູ່  Crimea. ຈົດໝາຍ​ຂອງ ກຸ່ມ​ສະມາຊິກ​ລັດຖະສະພານີ້ ຊີ້​ແຈ້ງວ່າ “ບັນດາ​ການ​ກະທຳຂອງ​ກຳລັງ​ປະກອບ​ອາວຸດ ຢູ​ແກຼນ ​ໄດ້ຮຽກຮ້ອງ​ໃຫ້ ສະຫະພັນ​ ລັດ​ເຊຍ​ຕ້ອງມີ​ບັນດາ​ມາດ​ຕະການ​ໂຕ້​ຕອບ​ໃນ​ທັນທີ, ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ທີ່ຄວາມ​ສຳຄັນ ​ແລະ ​ເໝາະ​ສົມ​ທີ່​ສຸດ ​ແມ່ນ​ຕ້ອງ​ເດັດ​ດຽວ​ຍົກ​ເລີກ​ສົນ​ທິສັນຍາ​ມິດຕະພາບ​ ແລະ​ ຄູ່​ຮ່ວມ​ມື​ລະຫວ່າງ​ສະ​ຫະພັນ ​ລັດ​ເຊຍ ກັບ​ ຢູ​ແກຼນ“. ຄຳ​ຮຽກຮ້ອງ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ສະພາບ​ທີ່​ການ​ພົວພັນ​ລະຫວ່າງ ລັດ​ເຊຍ ຢູ​ແກຼນ ມີ​ຄວາມ​ເຄັ່ງ​ຕຶງ, ພາຍຫຼັງ​ອົງການ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບສະຫະພັນ​ລັດ​ເຊຍ (FSB) ​ແຈ້ງ​ໃຫ້​ຮູ້​ໄດ້​ຈັບ​ຕົວ​ກອງ​ປຸ້ນ​ໜຶ່ງ​ຢູ່ Crimea, ກໍ່​ຄື​ສະກັດ​ກັ້ນ​ກົນອຸບາຍ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ເລັ່ງ​ໃສ່​ບັນດາ​ພື້ນຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ໃນ​ແຫຼມ​ນີ້. ຝ່າຍ​ ລັດ​ເຊ​ຍຖື​ວ່າ​, ກົນອຸບາຍ​ກໍ່​ການ​ຮ້າຍ​ຢູ່ Crimea ​ແມ່ນ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ສືບ​ລາຊາການ​ລັບ ຢູ​ແກຼນ. ດັ່ງ​ນັ້ນ​ລັດ​ເຊຍ​ອາດ​ຈະ​ຍົກ​ເລີກ​ການ​ພົວພັນ​ທາງ​ການ​ທູດ​ກັບ ຢູ​ແກຼນ.

 

ຂ່າວ/ບົດ​ອື່ນ