ສື່ສານປະກອບສ່ວນເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນສະພາແຫ່ງຊາດແລະສະພາປະຊາຊົນ

ສື່ສານປະກອບສ່ວນເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນສະພາແຫ່ງຊາດແລະສະພາປະຊາຊົນ - ảnh 1
ກຳນົດ​ທິດ​ການສື່ສານ ​ເພື່ອເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​
ໃນ​ສະພາ​ແຫ່ງ​ຊາດ​ ແລະ​ສະພາ​ປະຊາຊົນທຸກ​ຂັ້ນ
(ພາບ: ອິນເຕີແນັດ)

(vovworld) - ວັນ​ທີ 19/4, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ ຫວຽດນາມ ​ແລະ ອົງການ Action Aid ສົມທົບ​ກັນ​ຈັດ​ຕັ້ງ​ຊຸດ​ອົບຮົມ “ກຳນົດ​ທິດ​ການສື່ສານ ​ເພື່ອເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ສະພາ​ແຫ່ງ​ຊາດ​ ແລະ​ສະພາ​ປະຊາຊົນທຸກ​ຂັ້ນ“ ​ໃຫ້​ບັນດາ​ນັກ​ຂ່າວ, ບັນນາທິການ​ໃນ​ບັນດາ​ອົງການ​ສື່​ມວນ​ຊົນ, ຄຸ້ມ​ຄອງ​ສື່​ມວນ​ຊົນ​ແຂວງ, ນະຄອນ​ຕ່າງໆ​ຢູ່​ພາກ​ໃຕ້. ຢູ່ ຫວຽດນາມ, ໝາກຜົນ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ​ທຸກ​ຂັ້ນ, ອາຍຸ​ການ 2015-2020 ສະ​ແດງ​ໃຫ້​ເຫັນ​ວ່າ, ອັດຕາ​ສ່ວນ​ແມ່ຍິງ​ເຂົ້າ​ຮ່ວມ​ຄະນະ​ພັກ​ຢູ່​ທັງ 4 ຂັ້ນ ຂອງ​ອາຍຸ​ການ​ນີ້ ລ້ວນ​ແຕ່​ສູງ​ກວ່າ ​ເມື່ອ​ທຽບ​ໃສ່​ອາຍຸ​ການ​ກ່ອນ. ພິ​ເສດ, ​ເປັນ​ຄັ້ງ​ທຳ​ອິດ​ທີ່ ຫວຽດນາມ​ມີ​ປະທານ​ສະພາ​ແຫ່ງ​ຊາດ​ເປັນ​ແມ່ຍິງ ​ແລະ ການ​ນຳຍິງ 3 ຄົນ​​ເປັນ​ກຳມະການ​ກົມ​ການ​ເມືອງ. ປະຈຸ​ບັນ, 15/30 ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ອົງການ​ຂຶ້ນ​ກັບ​ລັດຖະບານ​ແມ່ນ​ມີ​ການ​ນຳ​ເປັນ​ຜູ້ຍິງ. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ລັດຖະສະພາ​ໂລກ, ດ້ວຍ​ອັດຕາ​ສ່ວນ​ແມ່ຍິງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແມ່ນ​ບັນລຸ​ກວ່າ 24%; ຫວຽດນາມ​ຖືກ​ຈັດ​ອັນ​ດັບ​ທີ 54 ​ໃນ​ຈຳນວນ 190 ປະ​ເທດ​ທີ່​ໄດ້​ຮັບ​ການຈັດ​ອັນ​ດັບ​ໃນ​ໂລກ, ​ແລະ ຢືນ​ອັນ​ດັບ 4/10 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້​ທີ່​ມີ​ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ​ຫຼາຍ​ທີ່​ສຸດ. ອັດຕາ​ສ່ວນ​ແມ່ຍິງ​ເປັນ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນກໍ່​ເພີ່ມ​ຂຶ້ນ​ໃນ 3 ອາຍຸ​ການ​ຫວ່າງ​ແລ້ວ​ນີ້. ທ່ານ ບູ່​ຍບ໋າ​ບິ່ງ​ທີ່​ປຶກສາ​ຂັ້ນ​ສູງ​ຂອງ​ອົງການ Action Aid, ຖື​ວ່າ​, ​ໃນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ການ​ເມືອງ​ນັ້ນ, ວຽກ​ງານ​ສື່ສານ​ມີ​ບົດບາດ​ສຳຄັນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ