ສື່ສານສາກົນໃຫ້ ຂ່າວກ່ຽວກັບພິທີ ງານສົບພົນເອກ ຫວໍງວຽນຢາບ ດ້ວຍຄວາມ ສະເທື່ອນໃຈ

ສື່ສານສາກົນໃຫ້ ຂ່າວກ່ຽວກັບພິທີ ງານສົບພົນເອກ ຫວໍງວຽນຢາບ ດ້ວຍຄວາມ ສະເທື່ອນໃຈ - ảnh 1
​ປະຊາຊົນ​ນັບ​​ແສນ​ຄົນ ​ໄດ້​ມີໜ້າ​ຢູ່​ຕາມ​ຖະໜົມ​​ເສັ້ນທາງ​ຍາວ 40 ກມ
ຈາກ​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ເຖິງສະໜາມ​ບິນ​ໂນ້ຍບາຍ
(ພາບ: Reuters)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 12 – 13 ຕຸລາ, ສື່ສານສາກົນໄດ້​ລົງ​ພິມ​ບົດ​ຂຽນ ​ແລະ ຮູບ​ພາບ​ກ່ຽວ​ກັບ​ພິທີງານ​ສົບ​ລະດັບ​ຊາດ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ດ້ວຍ​ຄວາມສະ​ເທື່ອ​ນ​ໃຈ. ສຳນັກ​ຂ່າວສານ Reuters ຂຽນ​ວ່າ: ໃນ​ຊຸມ​ມື​ຜ່ານ​ມາ ປະຊາຊົນ​ຫວຽດນາມ ​ໄດ້ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ລົ້ນ​ເຫຼືອ​ມີ​ຕໍ່ ພົນ​ເອກ​ຫວໍ​ງວຽນ​ຢາ​ບ​. ສົບ​ຂອງພົນ​ເອກ​ຫວໍ​ງວຽນ​ຢາ​ບ ​​ຖືກ​ປົ່ງ​ຢູ່​​ແຂວງກວ້າງ​ບິ່ງ ​​ເຊິ່ງ​ແມ່ນ​ບ້ານ​ເກີດ​ຂອງ​ເພີ່ນ, ສິ້ນ​ສຸດພິທີ​ງານ​ສົບ​ລະດັບ​ຊາດ​ເປັນ​ເວລາ 2 ວັນຢູ່​ຫວຽດນາມ, ​ແຕ່​ນ້ຳ​ໃຈ​ເຊິ່ງປະຊາຊົນ​ສະຫງວນ​ໃຫ້​ແກ່ພົນ​ເອກ​ຫວໍ​ງວຽນ​ຢາ​ບ ຍັງ​​ຄົງ​ຍືນ​ຍົງ​ຕະຫຼອດ​ໄປ.

        ສຳນັກ​ຂ່າວສານ AP ຂຽນ​ວ່າ: ​ແຕ່​ຮຸ່ງ​ເຊົ້າ​ວັນ​ທີ 13 ຕຸລາ, ປະຊາຊົນ​ນັບ​​ແສນ​ຄົນ ​ໄດ້​ມີໜ້າ​ຢູ່​ຕາມ​ຖະໜົມ​​ເສັ້ນທາງ​ຍາວ 40 ກມ ຈາກ​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ເຖິງສະໜາມ​ບິນ​ໂນ້ຍບາຍ ​ເພື່ອສັ່ງ​ລາ​ວິລະ​ບຸລຸດຂອງ​ຊາດ​ຫວຽດນາມ. ປະຊາຊົນ​ຫຼາຍ​ຄົນ​ໄດ້​ຮ້ອງ​ໂຮ “ພົນ​ເອກ​ຫວໍ​ງວຽນ​ຢາ​ບ ໝັ້ນ​ຍື່ນ”, ຫຼາຍ​ຄົນຫຼັ່ງ​ນ້ຳຕາ​ອອກເມື່ອ​ໂລງ​ສົບ​ຂອງ​ພົນ​ເອກ​ໄປ​ຜ່ານ. ຢູ່​ ກວາງ​ບິ່ງ ​ແຫ່ງບ້ານ​ເກີດຂອງ​ພົນ​ເອກ​, ປະຊາຊົນ​ລໍ້​ຖາ​ຕ້ອນຮັບ​ພົນ​ເອກ​ໃນ​ຄວາມ​ໂສກ​ເສົ້າ​ເສຍດາຍ ​ແລະ ສະ​ເທື່ອ​ນ​ໃຈ​ທີ່​ສຸດ.

        ສ່ວນໜັງສືພິມ Le Monde ຂອງຝລັ່ງ ​ໄດ້​ຂຽນ​ວ່າ: ພິທີງານ​ສົບ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ສະ​ແດງ​ໃຫ້​ເຫ​ັນວ່າ ​ທ່ານ​ບໍ່​ພຽງ​ແຕ່​ແມ່ນ​ນາຍ​ພົນ​ທີ່​​ປີ​ຊາ​ສາມາດ, ​ເປັນ​ວິລະ​ບຸລຸດຂອງ​ຊາດ​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ ​ແມ່ນ​ນາຍ​ພົນ​ຂອງ​ປະຊາຊົນ, ທ່ານ​ຍື່ນ​ຍົງ​ຄົງ​ຕົວ​ໃຈ​ດວງ​ໃຈ​ຂອງ​ຊາວ​ຫວຽດນາມ ຕະຫຼອດ​ໄປ. ໜັງສືພິມ Le Monde ຍັງ​ຂຽນ​ວ່າ “ນອກຈາກ​ທ່ານ​ປະທານ​ໂຮ່ຈິ​ມິ​ນ, ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ແມ່ນ​ລູກ​ຜູ້​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຫວຽດນາມ”.

ຂ່າວ/ບົດ​ອື່ນ