ສະ​ກັດ​ກັ້ນ, ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ຂຸດ​ຄົ້​ນ​ສິນ​ໃນ​ນ້ຳ, ສິນ​ທະ​ເລ​ທີ່​ຜິດ​ກົດ​ໝາຍ

(VOVWORLD) -ໝາກຜົນຂອງການຕິດຕັ້ງອຸປະກອນຕິດຕາມການເດີນທາງໃນກ່ຳປັ່ນຫາປາ ບັນລຸໄດ້ຄວາມກ້າວໜ້າເມື່ອທຽບໃສ່ກັບໝາກຜົນຂອງການກວດກາຄັ້ງກອ່ນ. ທ່ານກໍ່ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເດັດດ່ຽວສະກັດກັ້ນ, ຢຸດຕິກ່ຳປັ່ນຫວຽດນາມ ລະເມີດການຂຸດຄົ້ນສິນທະເລຢູ່ເຂດທະເລຕ່າງປະເທດ.
ສະ​ກັດ​ກັ້ນ, ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ຂຸດ​ຄົ້​ນ​ສິນ​ໃນ​ນ້ຳ, ສິນ​ທະ​ເລ​ທີ່​ຜິດ​ກົດ​ໝາຍ - ảnh 1ການເຮັດວຽກຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນຜິດກົດໝາຍບໍ່ລາຍງານ   ແລະ ບໍ່ປະຕິບັດຕາມຂໍ້ກຳນົດ, ຕາມຂໍ້ສະເໜີແນະຂອງ ຄະນະກຳມະການເອີລົບ (ພາບ: danviet.vn

ກ່າວຄຳເຫັນທີ່ການເຮັດວຽກຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນຜິດກົດໝາຍບໍ່ລາຍງານ   ແລະ ບໍ່ປະຕິບັດຕາມຂໍ້ກຳນົດ, ຕາມຂໍ້ສະເໜີແນະຂອງ ຄະນະກຳມະການເອີລົບທີ່ ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 8 ກັນຍາ ຢູ່ຮ່າໂນ້ຍ, ທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ຫົວໜ້າຄະນະຊີ້ນຳແຫ່ງຊາດໃຫ້ຮູ້ວ່າ: ການຜັນຂະຫຍາຍຂໍ້ກຳນົດຕ້ານການຂຸດຄົ້ນຜິດກົດໝາຍບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ, ຕາມຂໍ້ສະເໜີແນະຂອງ ຄະນະກຳມະການເອີລົບ (IUU), ບັນດາທ້ອງຖິ່ນ ໄດ້ຮັບການກວດກາ ບັນລຸໄດ້ບັນດາຄວາມກ້າວໜ້າຢ່າງຈະແຈ້ງ. ໝາກຜົນຂອງການຕິດຕັ້ງອຸປະກອນຕິດຕາມການເດີນທາງໃນກ່ຳປັ່ນຫາປາ ບັນລຸໄດ້ຄວາມກ້າວໜ້າເມື່ອທຽບໃສ່ກັບໝາກຜົນຂອງການກວດກາຄັ້ງກອ່ນ. ທ່ານກໍ່ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເດັດດ່ຽວສະກັດກັ້ນ, ຢຸດຕິກ່ຳປັ່ນຫວຽດນາມ ລະເມີດການຂຸດຄົ້ນສິນທະເລຢູ່ເຂດທະເລຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ