ສະຖານທູດ ຈີນ ປະຈຳ ອາເມລິກາ ອອກຖະແຫຼງການຄັດຄ້ານຕໍ່ເລື່ອງ ອາເມລິກາ ຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ຂອງ ຈີນ ປະຈຳ Houston

(VOVWORLD) -  ພາຍຫລັງກະຊວງການຕ່າງປະເທດ ຈີນ ມີປະຕິກິລິຍາຢ່າງເປັນທາງການ, ຕອນເຊົ້າວັນທີ 23 ກໍລະກົດ, ຕາມເວລາ ປັກກິງ, ສະຖານທູດ ຈີນ ປະຈຳ ອາເມລິກາ ກໍ່ໄດ້ອອກຖະແຫຼງການຄັດຄ້ານເລື່ອງ ອາເມລິກາ ຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ ຈີນ ປະຈຳ Houston.
ສະຖານທູດ ຈີນ ປະຈຳ ອາເມລິກາ ອອກຖະແຫຼງການຄັດຄ້ານຕໍ່ເລື່ອງ ອາເມລິກາ ຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ຂອງ ຈີນ ປະຈຳ Houston - ảnh 1 ສະຖານກົງສູນໃຫຍ່ ຈີນ ປະຈຳ Houston (ພາບ: AFP)

        ຖະແຫຼງການໄດ້ເອົາລົງໃນເວັບໄຊຂອງສະຖານທູດ ຈີນ ປະຈຳ ອາເມລິກາ ໂດຍຊີ້ແຈ້ງວ່າ: ຈີນ ຄັດຄ້ານຢ່າງແຮງຕໍ່ການກະທຳຂອງ ອາເມລິກາ ກ່ຽວກັບເລື່ອງຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ ຈີນ ປະຈຳ Houston, ພ້ອມທັງຖືວ່າ: ນີ້ແມ່ນການກະທຳເກາະຜິດດ້ານການເມືອງ, ລະເມີດກົດໝາຍສາກົນ ແລະ ຫຼັກການພື້ນຖານໃນການພົວພັນສາກົນ ກໍ່ຄືບັນດາຂໍ້ກຳນົດທີ່ກ່ຽວຂ້ອງໃນສົນທິສັນຍາສະຖານກົງສູນລະຫວ່າງ ຈີນ - ອາເມລິກາ ຢ່າງຮ້າຍແຮງ.

        ກ່ອນໜ້ານັ້ນ, ວັນທີ 22 ກໍລະກົດ, ອາເມລິກາ ໄດ້ຮຽກຮ້ອງໃຫ້ປິດປະຕູສະຖານກົງສູນໃຫຍ່ຂອງ ຈີນ ປະຈຳນະຄອນ Houston ໃນຮອບເວລາ 72 ຊົ່ວໂມງໂດຍບັງເອີນ. ອະພິປາຍກ່ຽວກັບການຕົກລົງດັ່ງກ່າວ ຝ່າຍ ອາເມລິກາ ໄດ້ກ່າວຫາວ່າ ຈີນ ໄດ້ແຊກແຊງເຂົ້າບັນຫາພາຍໃນຂອງ ອາເມລິກາ ກໍ່ຄືລັກເອົາຊັບສິນທາງປັນຍາຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ