ສະຖານທູດຫວຽດນາມ ປະຈຳອີຕາລີ ຈັດພິທີຊັກທຸງອາຊຽນ

ສະຖານທູດຫວຽດນາມ ປະຈຳອີຕາລີ ຈັດພິທີຊັກທຸງອາຊຽນ - ảnh 1

(ພາບ:baotintuc.vn)​

( vovworld ) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງຕັ້ງສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ແລະ 17 ປີ​ແຫ່ງ​ວັນ​ຫວຽດນາມ ​ເປັນ​ສະມາຊິກ​ສົມບູນ​ຂອງ​ອາ​ຊຽນ,​ ວັນ​ທີ 30/7, ສະຖານທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ ​ໄດ້ຈັດ​ພິທີ​ຊັກ​ທຸງ​ອາ​ຊຽນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ Nguyen Hoang Long ​ໄດ້​ຫວນຄືນວິວັດ​ການ​ສ້າງຕັ້ງ, ພັດທະນາ ​ແລະ ​ເຕີບ​ໃຫ່ຍຂອງ​ອາ​ຊຽນ ພ້ອມ​ທັງ​ຢືນຢັນ​ວ່າ: ພິທີ​ຊັກ​ທຸງ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ເພື່ອລະນຶກ​ວັນ​ສ້າງຕັ້ງຂອງ​ອາ​ຊຽນ (8/8/1967), ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຄຳໝັ້ນໝາຍ, ​ແມ່ນ​ສັນຍານ​ທີ່​ມີ​ລັກສະນະ​ເປັນສັນຍາລັກ​ທຳ​ອິດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ແນ​ໃສ່​ມຸ້ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015. ນີ້​ກໍ່​ແມ່ນ​ສັນຍາ​ລັກ​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ເຕີບ​ໃຫ່ຍ​ເຂັ້ມ​ແຂງ​ລະຫວ່າງ​ອາ​ຊຽນ ​ແລະ ອີ​ຕາ​ລີ.

   ກ່ອນ​ໜ້ານັ້ນ, ກະຊວງການ​ຕ່າງປະ​ເທດ​ອີ​ຕາ​ລີ ​ໄດ້ສົມທົບ​ກັບ​ກຸ່ມ​ບໍລິສັດ​ວິຊາ​ຊີບ​ວົງ​ການ​ເຈົ້າຂອງ​ອຸດສາຫະກຳອີ​ຕາ​ລີ ຈັດ “​ເວທີ​ປາ​ໄສ​ສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອາ​ຊຽນ“ ຢູ່​ນະຄອນຫຼວງ​ໂຣມ ດ້ວຍ​ຈຸດປະສົງ​ຊຸກຍູ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ອີ​ຕາ​ລີ ກັບ​ບັນດາ​ປະ​ເທດ​ອາ​ຊຽນ. ນີ້​ແມ່ນ​ແນວ​ຄວາມ​ຄິດທີ່​ຖືກ​ປະຕິບັດ​ເປັນຄັ້ງທຳ​ອິດ​ຢູ່​ປະ​ເທດ​ເອີລົບ, ຍ້ອນ​ວ່າ ການ​ເຄື່ອນ​ໄຫວ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ມຕໍ່​ທັງ​ກຸ່ມ​ເອີ​ລົບ ​ເພື່ອ​ແນ​ໃສ່​ມຸ້ງ​ໄປ​ເຖິງ​ການ​ພົວພັນ​ທີ່​ເລິກ​ເຊິ່ງກ່ວາລະຫວ່າງ​ສະຫະພາບ​ເອີ​ລົບ ​ແລະ ອາ​ຊຽນ.

 

ຂ່າວ/ບົດ​ອື່ນ