ສະຖານທູດຫວຽດນາມຈັດຕັ້ງງານວາງສະແດງຮູບພາບຢູ່ຫໍສະພາແຫ່ງຊາດຢູແກຼນ

(VOVWORLD) -ງານວາງສະແດງ ແມ່ນເພື່ອແນະນຳໃຫ້ບັນດາສະມາຊິກສະພາແຫ່ງຊາດ ແລະ ເພື່ອນມິດຢູແກຼນ ບັນດາຜົນງານອັນໃຫຍ່ຫຼວງຂອງຫວຽດນາມທີ່ບັນລຸໄດ້ໃນກິດຈະການແຫ່ງການສ້າງສາປະເທດຊາດ ....
ສະຖານທູດຫວຽດນາມຈັດຕັ້ງງານວາງສະແດງຮູບພາບຢູ່ຫໍສະພາແຫ່ງຊາດຢູແກຼນ  - ảnh 1ງານວາງສະແດງຮູບພາບ “ປະເທດຊາດ ແລະ ຊາວຫວຽດນາມ” ຢູ່ ຢູແກຼນ

ທີ່ຫໍສະພາແຫ່ງຊາດຢູແກຼນ, ນະຄອນຫຼວງ Kiev, ພວມດຳເນີນງານວາງສະແດງຮູບພາບ ດ້ວຍຫວົຂໍ້ວ່າ “ປະເທດຊາດ ແລະ ຊາວຫວຽດນາມ” ໂດຍສະຖານທູດຫວຽດນາມປະຈຳຢູແກຼນສົມທົບກັບກຸ່ມສະມາຊິກລັດຖະສະພາມິດຕະພາບຢູແກຼນ - ຫວຽດນາມ ແລະ ສະມາຄົມມິດຕະພາບຢູແກຼນ - ຫວຽດນາມ ຈັດຕັ້ງຂຶ້ນ. ນີ້ແມ່ນການເຄື່ອນໄຫວຂອງ “ປີວັດທະນະທຳຫວຽດນາມຢູ່ຢູແກຼນ” ແລະແມ່ນການວາງສະແດງຂອງຕ່າງປະເທດ ບໍ່ເຄີຍໄດ້ຈັດຕັ້ງຢູ່ຫໍສະພາແຫ່ງຊາດຢູແກຼນ.

        ງານວາງສະແດງ ແມ່ນເພື່ອແນະນຳໃຫ້ບັນດາສະມາຊິກສະພາແຫ່ງຊາດ ແລະ ເພື່ອນມິດຢູແກຼນ ບັນດາຜົນງານອັນໃຫຍ່ຫຼວງຂອງຫວຽດນາມທີ່ບັນລຸໄດ້ໃນກິດຈະການແຫ່ງການສ້າງສາປະເທດຊາດ, ຫວນຄືນບັນດາຂີດໝາຍປະຫວັດສາດໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ຢູແກຼນ; ກໍຄືແນະນຳບັນດາຮູບພາບກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ແກ່ເລື່ອງຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

        ງານວາງສະແດງຮູບພາບ “ປະເທດຊາດ ແລະ ຊາວຫວຽດນາມ” ຈະດຳເນີນຮອດວັນທີ 08 ມິຖຸນາ ຈິ່ງອັດລົງ.  

ນັກຂ່າວ VOV ປະຈຳລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ