ສະຖານທູດຫວຽດນາມປະຈຳລາວປຸກລະດົມການບໍລິຈາກຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດຢູ່ພາຍໃນປະເທດ

(VOVWORLD) - ຕອນເຊົ້າວັນທີ 25 ພະຈິກ, ທີ່ສຳນັກງານສະຖານທູດ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນ ປະເທດລາວ, ສະຖານທູດ ຫວຽດນາມ
ສະຖານທູດຫວຽດນາມປະຈຳລາວປຸກລະດົມການບໍລິຈາກຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດຢູ່ພາຍໃນປະເທດ - ảnh 1 ພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດຢູ່ ວຽງຈັນ ເຂົ້າຮ່ວມການບໍລິຈາກ

ໄດ້ປຸກລະດົມການບໍລິຈາກ ເພື່ອແນໃສ່ແບ່ງປັນຄວາມເສຍຫາຍຢ່າງຫລວງຫລາຍ ເຊິ່ງພໍ່ແມ່ປະຊາຊົນຢູ່ທາງທິດໃຕ້ພາກກາງ ແລະ ທາງທິດໃຕ້ເຂດໄຕງວຽນ ຖືກຮັບຜົນຮ້າຍຈາກພະຍຸ Damrey ຜ່ານມາ. ນີ້ເປັນຄັ້ງທີ 3 ໃນປີນີ້, ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຕັ້ງການບໍລິຈາກໃນທົ່ວວົງຄະນະຍາດ ເພື່ອແນໃສ່ໜູນຊ່ວຍພໍ່ແມ່ປະຊາຊົນພາຍໃນປະເທດແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ, ນ້ຳຖ້ວມ.

ສະຖານທູດຫວຽດນາມປະຈຳລາວປຸກລະດົມການບໍລິຈາກຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດຢູ່ພາຍໃນປະເທດ - ảnh 2

        ເຂົ້າຮ່ວມການບໍລິຈາກ ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດຢູ່ ວຽງຈັນ ເປັນຈຳນວນຫລວງຫລາຍ, ບັນດາວິສາຫະກິດ ຫວຽດນາມ ພວມທຳມາຄ້າຂາຍຢູ່ ລາວ ແລະ ບັນດາພະນັກງານ, ພາລະກອນສະຖານທູດ, ບັນດາອົງການຈັດຕັ້ງ ຫວຽດນາມ ປະຈຳ ລາວ. ການບໍລິຈາກຈະແກ່ຍາວຮອດວັນທີ 1 ທັນວາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ