ສະຖາບັນມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ແລະ ສະຖາບັນ ວິທະຍາສາດສັງຄົມແຫ່ງຊາດລາວ ຊຸກຍູ້ການຮ່ວມມື

ສະຖາບັນມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ແລະ ສະຖາບັນ ວິທະຍາສາດສັງຄົມແຫ່ງຊາດລາວ ຊຸກຍູ້ການຮ່ວມມື - ảnh 1
ຄະນະ​ຜູ້​ແທນສະ​ຖາ​ບັນ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ
(ພາບ: Vietnam+)


(vovworld) - ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​​ໃນ​ລະຫວ່າງ​ວັນ​ທີ 27 – 31 ຕຸລາ, ຕອນ​ບ່າຍ​ວັນ​ທີ 31 ຕຸລາ, ຄະນະ​ຜູ້​ແທນສະ​ຖາ​ບັນ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ ​ໂດຍ​ທ່ານສຈ. ດຣ ຫງວຽນ​ຊວນ​ທັ໋ງ, ກຳມະການ​ສູນ​ກາງ​ພັກ, ປະທານ​ສະ​ຖາ​ບັນ​ນຳ​ໜ້າ ​ໄດ້​ມີ​ການ​ເຮັດ​ວຽກ​ກັບສະ​ຖາ​ບັນວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ ​ໂດຍ​ທ່ານ ຮອງ ສຈ. ດຣ ທອງສາລິດ ມັງໜໍ່ເມກ ຜູ້ຮັກສາການປະທານສະຖາບັນ ນຳ​ໜ້າ.

        ທີ່​ການ​ເຮັດ​ວຽກ, 2 ຝ່າຍ​​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່​ລະສະ​ຖາ​ບັນ, ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ 2 ສະ​ຖາ​ບັນ​ໃນ​ໄລຍະ​ຜ່ານ​ມາ. ​ເລື່ອງ 2 ຝ່າຍ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ດ້ານ​ຂໍ້​ມູນ ​ບໍ່​ພຽງ​ແຕ່ປະກອບສ່ວນຊ່ວຍ​ໃຫ້​ພະນັກງານທັງ 2 ສະຖານ​ບັນ​ເຂົ້າ​ໃຈກັນ​ກວ່າ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ສ້າງ​ຫົວ​ເລື່ອງ​ຢ່າງ​ມີ​ປະສິດທິ​ຜົນ​ອີກ​ດ້ວຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ ​ແລະ ທິດ​ສະ​ດີ​ດ້ານ​ການ​ເມືອງ ​ເພື່ອ​ສະໜອງວິ​ທະ​ຍາສາ​ດ​ໃຫ້​ແກ່​ພັກ ​ແລະ ລັດຂອງ​ແຕ່ລະປະ​ເທດ​ໃນການວາງ​ທິດທາງ, ນະ​ໂຍບາຍ; ​ເສີມ​ຂະຫຍາຍບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ສາກົນ​ທີ່ບັນລຸ​ໄດ້ກວ່າ​ອີກ, ປະກອບສ່ວນ​ສ້າງ ​ແລະ ພັ​ດນາ​ການ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ