ສະພາຄວາມໝັ້ນຄົງ ສປຊ ຄິດໄລ່ຊັງຊາຄຳສັ່ງຢຸດຍິງຢູ່ ຊີຣີ

(VOVWORLD) -  ສະພາຄວາມໝັ້ນຄົງ ສປຊ ພວມຄິດໄລ່ຊັ່ງຊາຮ່າງມະຕິບາງສະບັບ ໂດຍຮຽກຮ້ອງຢຸດຍິງເປັນເວລາ 30 ວັນຢູ່ ຊີຣີ ເພື່ອແນໃສ່ສ້າງເງື່ອນໄຂປະຕິບັດການແຈກຢາຍເຄື່ອງຊ່ວຍເຫຼືອມະນຸດສະທຳຢ່າງຮີບດ່ວນ. ຮ່າງມະຕິດັ່ງກ່າວໂດຍ ຊູແອດ ແລະ ຄູເວດ ສະເໜີ, ຕາມນັ້ນແລ້ວ, ທຸກໆຝ່າຍເຂົ້າຮ່ວມການປະທະກັນຢູ່ ຊີຣີ ປະຕິບັດຄຳສັ່ງຢຸດຍິງມະນຸດສະທຳ ແລະ ຢຸດຕິການໃຊ້ຄວາມຮຸນແຮງໃນທົ່ວປະເທດ ຊີຣີ ໃນເວລາ 30 ວັນຢ່າງລຽນຕິດໃນທັນທີ, ພ້ອມທັງໃຫ້ອະນຸຍາດບັນດາຝ່າຍເຄື່ອນຍ້າຍສາທາລະນະສຸກໃນຮອບເວລາ 48 ຊົ່ວໂມງ ພາຍຫຼັງຄຳສັ່ງຢຸດຍິງນີ້ໄດ້ຮັບການຜັນຂະຫຍາຍ. ທັນຍາຫານ, ຢຸກຢາ ແລະ ບັນດາວັດຖຸອຸປະກອນທີ່ສຳຄັນອື່ນໆຈະຖືກສົ່ງໄປຍັງປະຊາຊົນໃນແຕ່ລະອາທິດ, ພິເສດແມ່ນບັນດາຜູ້ຄົນພວມຢູ່ບັນດາເຂດຖືກປິດລ້ອມ. ມາດຕະການດັ່ງກ່າວກໍ່ຮຽກຮ້ອງໃຫ້ຢຸດຕິສະພາບການປິດລ້ອມໃນທັນທີ, ໃນນັ້ນມີເຂດ Ghouta ຕາເວັນອອກ, ບ່ອນທີ່ກຳລັງລັດຖະບານ ຊີຣີ ພວມຍູ້ແຮງການບຸກໂຈມຕີກຳລັງລຸກຮື້ຂຶ້ນ.
ສະພາຄວາມໝັ້ນຄົງ ສປຊ ຄິດໄລ່ຊັງຊາຄຳສັ່ງຢຸດຍິງຢູ່ ຊີຣີ - ảnh 1 ພາບປະກອບ

ສະພາຄວາມໝັ້ນຄົງ ສປຊ ພວມຄິດໄລ່ຊັ່ງຊາຮ່າງມະຕິບາງສະບັບ ໂດຍຮຽກຮ້ອງຢຸດຍິງເປັນເວລາ 30 ວັນຢູ່ ຊີຣີ ເພື່ອແນໃສ່ສ້າງເງື່ອນໄຂປະຕິບັດການແຈກຢາຍເຄື່ອງຊ່ວຍເຫຼືອມະນຸດສະທຳຢ່າງຮີບດ່ວນ. ຮ່າງມະຕິດັ່ງກ່າວໂດຍ ຊູແອດ ແລະ ຄູເວດ ສະເໜີ, ຕາມນັ້ນແລ້ວ, ທຸກໆຝ່າຍເຂົ້າຮ່ວມການປະທະກັນຢູ່ ຊີຣີ ປະຕິບັດຄຳສັ່ງຢຸດຍິງມະນຸດສະທຳ ແລະ ຢຸດຕິການໃຊ້ຄວາມຮຸນແຮງໃນທົ່ວປະເທດ ຊີຣີ ໃນເວລາ 30 ວັນຢ່າງລຽນຕິດໃນທັນທີ, ພ້ອມທັງໃຫ້ອະນຸຍາດບັນດາຝ່າຍເຄື່ອນຍ້າຍສາທາລະນະສຸກໃນຮອບເວລາ 48 ຊົ່ວໂມງ ພາຍຫຼັງຄຳສັ່ງຢຸດຍິງນີ້ໄດ້ຮັບການຜັນຂະຫຍາຍ. ທັນຍາຫານ, ຢຸກຢາ ແລະ ບັນດາວັດຖຸອຸປະກອນທີ່ສຳຄັນອື່ນໆຈະຖືກສົ່ງໄປຍັງປະຊາຊົນໃນແຕ່ລະອາທິດ, ພິເສດແມ່ນບັນດາຜູ້ຄົນພວມຢູ່ບັນດາເຂດຖືກປິດລ້ອມ. ມາດຕະການດັ່ງກ່າວກໍ່ຮຽກຮ້ອງໃຫ້ຢຸດຕິສະພາບການປິດລ້ອມໃນທັນທີ, ໃນນັ້ນມີເຂດ Ghouta ຕາເວັນອອກ, ບ່ອນທີ່ກຳລັງລັດຖະບານ ຊີຣີ ພວມຍູ້ແຮງການບຸກໂຈມຕີກຳລັງລຸກຮື້ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ