ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ບັນ​ຫາ ສ​ປ​ປ.ເກົາຫຼີ

(VOVWORLD) -ຢູ່ກອງປະຊຸມ, ອາເມລິກາ ໄດ້ອອກສຽງຮຽກຮ້ອງໃຫ້ບັນດາປະເທດ ໃນສະພາຄວາມໝັ້ນຄົງ ສປຊ ໃຫ້ມີຄຳເຫັນ ໃນຂະນະທີ່ ພຽງຢ່າງດຳເນີນການຍິງທົດລອງລູກສອນໄຟຢ່າງຕໍ່ເນື່ອງ ແລະ ໄດ້ຮັບຖືວ່າພວມກະກຽມໃຫ້ແກ່ການທົດລອງນິວເຄຼຍຄັ້ງທີ 7. 
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ບັນ​ຫາ ສ​ປ​ປ.ເກົາຫຼີ - ảnh 1ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ (ພາບ: AFP/TTXVN)

ວັນທີ 11 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມດ່ວນເພື່ອປຶກສາຫາລືບັນຫາ ສປປ.ເກົາຫຼີ ຕໍ່ໜ້າຄວາມສາມາດ ທີ່ວ່າພຽງຢ່າງຈະສືບຕໍ່ດຳເນີນເຫດຍິງລູກສອນໄຟ, ນິວເຄຼຍໃນໄລຍະຈະມາເຖິງ. ກອງປະຊຸມດ່ວນຂອງ ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງຕາມຂໍ້ສະເໜີຂອງ ອາເມລິກາ, ແມ່ນໜຶ່ງໃນ 5 ປະເທດກຳມະການຖາວອນຂອງສະພາຄວາມໝັ້ນຄົງ ສປຊ ພ້ອມທັງແມ່ນປະເທດໝູນວຽນສະພາຄວາມໝັ້ນຄົງ ສປຊ ປະຈຳເດືອນພຶດສະພາ.

ຢູ່ກອງປະຊຸມ, ອາເມລິກາ ໄດ້ອອກສຽງຮຽກຮ້ອງໃຫ້ບັນດາປະເທດ ໃນສະພາຄວາມໝັ້ນຄົງ ສປຊ ໃຫ້ມີຄຳເຫັນ ໃນຂະນະທີ່ ພຽງຢ່າງດຳເນີນການຍິງທົດລອງລູກສອນໄຟຢ່າງຕໍ່ເນື່ອງ ແລະ ໄດ້ຮັບຖືວ່າພວມກະກຽມໃຫ້ແກ່ການທົດລອງນິວເຄຼຍຄັ້ງທີ 7. ທ່ານນາງເອກອັກຄະລັດຖະທູດ Linda Thomas – Greenfield, ຫົວໜ້າຄະນະຜູ້ຕາງໜ້າອາເມລິກາ ປະຈຳ ສປຊ ເນັ້ນໜັກວ່າ ຮອດເວລາແລ້ວທີ່ ສະພາຄວາມໝັ້ນຄົງ ສປຊ ຕ້ອງພ້ອມກັນມີການກະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ