ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ປຶກ​ສາ​ຫາ​ລື ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ ແລະ ບັນ​ດາ​ຄວາມ​ສ່ຽງ​ດ້ານ​ຄວາມ​ໝັ້ນ​ຄົງ

(VOVWORLD) -  ວັນທີ 22 ເມສາ, 10 ປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ເປັນປະທານກອງປະຊຸມທາງອອນລາຍຕາມຮູບການ Arria ກ່ຽວກັບບັນຫາ ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຄວາມສ່ຽງດ້ານຄວາມໝັ້ນຄົງ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ປຶກ​ສາ​ຫາ​ລື ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ ແລະ ບັນ​ດາ​ຄວາມ​ສ່ຽງ​ດ້ານ​ຄວາມ​ໝັ້ນ​ຄົງ - ảnh 1ສະພາຄວາມໝັ້ນຄົງ ສປຊປຶກສາຫາລື ບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຄວາມສ່ຽງດ້ານຄວາມໝັ້ນຄົງ (ພາບ: THX/TTXVN) 

ບັນດາຄຳເຫັນສະເໜີບາງວິທີການຄື ຖືວ່າເອົາບັນຫາການປັບຕົວໃຫ້ແທດເໝາະກັບສະພາບການ ແລະ ຫຼຸດຜ່ອນຜົນກະທົບຈາກສະພາບການປ່ຽນແປງຂອງດິນຟ້າອາກາດເຂົ້າໃນແຜນການ, ຍຸດທະສາດ ສະກັດກັ້ນການປະທະກັນ, ສ້າງສັນຕິພາບ ແລະ ມີມາດຕະການຫຼຸດຜ່ອນປະລິມານອາຍພິດເຮືອນແກ້ວ ຈາກການເຄື່ອນໄຫວຂອງບັນດາອົງການ ສປຊ ແລະ ບັນດາຄະນະຜູ້ຕາງໜ້າ

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ: ຫວຽດນາມໄດ້ແບ່ງປັນຄວາມຫຍຸ້ງຍາກຂອງບັນດາປະເທດ ເກາະນ້ອຍ ພວມພັດທະນາ, ບັນດາປະເທດ ອາຟຼິກກາຕາເວັນຕົກ, Sahel, ເຂດໜອງ Chad ທີ່ພວມ ຮັບມືກັບບັນດາຜົນກະທົບຫຍໍ້ທໍ້ຈາກ ສະພາບການປ່ຽນແປງຂອງດິນຟ້າອາກາດ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ ສະພາຄວາມໝັ້ນຄົງ ສປຊຄວນສືບຕໍ່ຕິດຕາມ ແລະ ເພີ່ມທະວີກົນໄກສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາຄວາມສ່ຽງທີ່ຊ້ອນແຝງ ຍ້ອນສະພາບການປ່ຽນແປງຂອງດິນຟ້າອາກາດ ທີ່ອາດຈະສ້າງຜົນກະທົບເຖິງສັນຕິພາບ, ຄວາມໝັ້ນຄົງສາກົນ, ພ້ອມທັງສະເໜີໃຫ້ສະພາຄວາມໝັ້ນຄົງ ສປຊ ສືບຕໍ່ປຶກສາຫາລື, ປະຕິບັດສຳເລັດຂອບລະບອບລະບຽບການ ກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ

ຕອບກັບ

ຂ່າວ/ບົດ​ອື່ນ