ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮັບຮອງເອົາມະຕິທຳອິດ ກ່ຽວກັບ ຊີຣີ

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮັບຮອງເອົາມະຕິທຳອິດ ກ່ຽວກັບ ຊີຣີ - ảnh 1
ວາລະປະຊຸມຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຢູ່ນິວຢອກ
(ພາບ: Reuters)

(vovworld) - ວັນ​ທີ 14/4, ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຮັບຮອງ​ເອົາ​ມະຕິ​ທຳ​ອິດ​ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ຊີຣີ, ຜ່ານ​ນັ້ນ ​ໄດ້​ອະນຸຍາດ​​ໃຫ້ຄະນະ​ນັກ​ສັງ​ເກ​ດການ​ຄະນະ​ໜຶ່ງລວມມີ 30 ຄົນ​ໄປ​ຊີຣີ​ເພື່ອສັງ​ເກດ​ການ​ຢຸດ​ຍິງ​ຢູ່​ປະ​ເທດ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່ ສະຫະ​ປະຊາ​ຊາດ​ໃຫ້​ຮູ້​ວ່າ: ຕາມ​ມະຕິ 2042, ຜູ້​ສັງ​ເກດ​ການ 30 ຄົນ​ນີ້ອາດ​ຈະ​ເດີນທາງ​ໄປ Damas ​ໃນ 2, 3 ​ຊົ່ວໂມງ​ຈະ​ມາ​ເຖິງ. ມະຕິ​ດັ່ງກ່າວ​ກໍ​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ ຊີຣີ “ປະຕິບັດ​ຢ່າງ​​ເດັດ​ຂາດ” ທຸກໆ​ຄຳ​ໝັ້ນ​ສັນຍາທີ່ນອນ ​ໃນ​ແຜນການ​ສັນ​ຕະພາບ​ຂອງ​ທ່ານ​ທູດ​ພິ​ເສດ​ລວມ Kofi Annan, ​ໃນ​ນັ້ນ​

ມ​ີການ​ຖອນ​ທະຫານ ​ແລະ ປືນ​ໃຫຍ່​ອອກ​ຈາກ​ນະຄອນ​ຂອງ​ຊີຣີ. ນອກ​ນັ້ນ, ມະຕິ​ດັ່ງກ່າວ​ກໍ​ຮຽກຮ້ອງ​ໃຫ້​ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad ​ແລະ ຝ່າຍ​ຄ້ານ “ຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້​ຄະນະ​ນັກ​ສັງ​ເກ​ດການ​ດັ່ງກ່າວ. ​ກ່ຽວຂ້ອງ​ເຖິງ​ຊີຣີ ຍັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ, ຜູ້​ຫຼົບ​ໄພຊີຣີ ຢູ່​ປະ​ເທດ​ຕວກກີ ຫາກ​ໍອອກສຽງ​ຄັດຄ້ານ​ຕໍ່​ແຫຼ່ງຂ່າວ​ກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຄວາມ​ສາມາດ​ລະ​ເມີດ​ຂໍ​້ຕົກລົງ​ຢຸດ​ຍິງ​ພາຍ​ໃນ​ປະ​ເທດ​. ຜູ້​ຫຼົບ​ໄພຊີຣີ ຢູ່​ແຂວງ Hatay ຂອງ​ຕວກກີ ​ໄດ້​ສົງ​ໄສ​ຂໍ້​ຕົກລົງ​ຢຸດ​ຍິງ​ຂອງ​ລັດຖະບານ ຊີຣີ ​ແລະ ມີ​ຄວາມ​ວິຕົກ​ກັງວົນ​ວ່າ ​ເສີກ​ກາງ​ເມືອງ​ສາມາດ​ຈະເກີດ​ຂຶ້ນ​ຢູ່​ບໍ່​ວ່າ​ເວລາ​ໃດ. ກ່ອນ​ໜ້າ​ນັ້ນ, ຮູ່ງເຊົ້າ​ວັນ​ທີ 14/4, ກອງທັບ​ຊີຣີ ​ໄດ້​ຍິງ​ປືນ​ໃຫຍ່​​ໃສ່​ບາງ​ບໍລິ​ເວນ​ກຳລັງ​ລຸກ​ຮື້​ຂຶ້ນ​ຢູ່ນະ​ຄອນ Homs.

ຂ່າວ/ບົດ​ອື່ນ