ສະ​ພາ​ຄວາມ​ໝັ້ນ​ຄົງ ​ສະ​ແດງ​ຄວາມວິ​ຕົກ​ກັງ​ວົນ​ເປັນ​ພິ​ເສດກ່ຽວ​ກັບ​​ການຜັນ​ແປ​ທີ່​ນັບ​ມື້​ນັບສັບ​ສົນຂອງ​ໂລກ​ລະ​ບາດ​ໂຄວິດ-19 ຢູ່ ຊີຣີ

(VOVWORLD) -ໃນວັນທີ 16 ກັນຍາ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນວາລະປະຊຸມປະຈຳໄລຍະຜ່ານທາງອອນລາຍກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ.
ສະ​ພາ​ຄວາມ​ໝັ້ນ​ຄົງ ​ສະ​ແດງ​ຄວາມວິ​ຕົກ​ກັງ​ວົນ​ເປັນ​ພິ​ເສດກ່ຽວ​ກັບ​​ການຜັນ​ແປ​ທີ່​ນັບ​ມື້​ນັບສັບ​ສົນຂອງ​ໂລກ​ລະ​ບາດ​ໂຄວິດ-19 ຢູ່ ຊີຣີ - ảnh 1ວາລະປະຊຸມປະຈຳໄລຍະຜ່ານທາງອອນລາຍກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ (ພາບ: VOV) 

ແບ່ງປັນຄວາມສົນໃຈຂອງບັນດາສະມາຊິກສະພາຄວາມໝັ້ນຄົງ ກ່ຽວກັບສະພາບການມະນຸດສະທຳຢູ່ ຊີຮີ, ທ່ານ ຟ້າມຫ໋າຍແອັງ ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ ທີ່ບໍ່ມີສັນຍານດີຂຶ້ນ, ພິເສດພ້ອມກັບຜົນກະທົບນັບມື້ນັບຮ້າຍແຮງຂອງໂລກລະບາດໂຄວິດ-19 ຢູ່ ຊີຣີ. ທ່ານ ຟ້າມຫ໋າຍແອັງ ໄດ້ເນັ້ນໜັກເຖິງການ ຮັບປະກັນການສຳຜັດມະນຸດສະທຳຢ່າງຄົບຖ້ວນ, ຕໍ່ເນື່ອງ ແລະ ບໍ່ຖືກກີດຂວາງເຖິງທຸກເຂດພາກ ຊີຣີ; ຮຽກຮ້ອງໃຫ້ບັນດາຝ່າຍຮັບປະກັນຄວາມສະຫງົບປອດໄພ ແລະ ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍການຂົນສົ່ງສິນຄ້າມະນຸດສະທຳ. ທ່ານ ຟ້າມຫ໋າຍແອັງ ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍໃຫ້ແກ່ ຊີຣີ, ສຸມໃສ່ໃຫ້ໄລຍະປະຈຸບັນແມ່ນການຮັບມືກັບໂລກລະບາດໂຄວິດ-19 ແນໃສ່ຈຳກັດບັນດາຜົນກະທົບບໍ່ດີຕໍ່ສະພາບການມະນຸດສະທຳທີ່ຮ້າຍແຮງທີ່ສຸດຢູ່ ຊີຣີ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ