ສະພາຄວາມໝັ້ນຄົງ ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ປະທະກັນຢູ່ ຊີຣີ ປະຕິບັດມະຕິຮຽກຮ້ອງຢຸດຍິງ

(VOVWORLD) - ທີ່ກອງປະຊຸມ, ບັນດາສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ “ໄດ້ສະແດງຄວາມວິຕົກວັງວົນກ່ຽວກັບສະພາບລັດທິມະນຸດສະທຳ”

ວັນທີ 7 ມີນາ, ພາຍຫຼັງດຳເນີນການປຶກສາຫາລືປິດລັບມາເປັນເວລາ 3 ຊົ່ວໂມງ, ວາລະປະຊຸມຮີບດ່ວນຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຄຳສັ່ງຢຸດຍິງຢູ່ ຊີຣີ ໄດ້ສິ້ນສຸດລົງ, ເຊິ່ງແຕ່ບໍ່ໄດ້ອອກຂ່າວຕໍ່ສື່ມວນຊົນກ່ຽວກັບການຜັນແປຂອງກອງປະຊຸມ. ເມື່ອແລກປ່ຽນກັບວົງການນັກຂ່າວພາຍຫຼັງກອງປະຊຸມປິດລັບ, ທ່ານ Karel van Oosterom, ເອກອັກຄະລັດຖະທູດ ໂຮນລັງ, ຜູ້ພວມດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ ມີນາ, ໃຫ້ຮູ້ວ່າ: ທີ່ກອງປະຊຸມ, ບັນດາສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ “ໄດ້ສະແດງຄວາມວິຕົກວັງວົນກ່ຽວກັບສະພາບລັດທິມະນຸດສະທຳ” ແລະ “ຢ້ຳຄືນຄຳຮຽກຮ້ອງ” ບັນດາຝ່າຍເຂົ້າຮ່ວມການປະທະກັນຢູ່ ຊີຣີ ເຄົາລົບຄຳສັ່ງຢຸດຍິງທີ່ໄດ້ຮັບຮອງເອົາກ່ອນນີ້ 11 ວັນເພື່ອສ້າງເງື່ອນໄຂຜັນຂະຫຍາຍການເຄື່ອນໄຫວກູ້ໄພກູ້ຊີບມະນຸດສະທຳ ແລະ ຍົກຍ້າຍຄົນເຈັບອອກຈາກເຂດ Ghouta ຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ