ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊປຶກ​ສາ​ຫາ​ລື​ທາງ​ອອນ​ລາຍ​ກ່ຽວ​ກັບ​ບັນ​ຫາ​ອາ​ວຸດ​ເຄ​ມີຢູ່ຊີ​ຣີ

(VOVWORLD) -ໃນວັນທີ 15 ເມສາ ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມທາງອອນລາຍກ່ຽວກັບບັນຫາອາວຸດເຄມີຢູ່ຊີຣີ. ນີ້ແມ່ນກອງປະຊຸມປະຈຳເດືອນກ່ຽວກັບບັນຫານີ້, ບົນພື້ນຖານມະຕິຕົກລົງເລກທີ 2118 (ປີ 2013) ຂອງສະພາຄວາມໝັ້ນຄົງສປຊ.
ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊປຶກ​ສາ​ຫາ​ລື​ທາງ​ອອນ​ລາຍ​ກ່ຽວ​ກັບ​ບັນ​ຫາ​ອາ​ວຸດ​ເຄ​ມີຢູ່ຊີ​ຣີ - ảnh 1ສະຖານທີ່ເກີດເຫດປະທະກັນຢູ່ ຊີຣີ (ພາບ: Reuters) 

ທີ່ກອງປະຊຸມ, ທ່ານນາງIzumi Nakamitsuຮອງເລຂາທິການໃຫຍ່ທັງເປັນຜູ້ຕາງໜ້າຂັ້ນສູງຂອງສປຊ ກ່ຽວກັບການຫຼຸດຜ່ອນກຳລັງອາວຸດແລະ ການທະຫານໄດ້ສະໜອງຂໍ້ມູນຂ່າວສານກ່ຽວກັບບົດລາຍງານປະຈຳໄລຍະແຕ່ວັນທີ 24 ກຸມພາຫາ 23 ມີນາປີ 2020 ຂອງຜູ້ອຳນວຍການໃຫຍ່ອົງການຫ້າມອາວຸດເຄມີ (OPCW) ກ່ຽວຂ້ອງເຖິງການເຄື່ອນໄຫວແລະຮ່ວມມືລະຫວ່າງອົງການນີ້ກັບຊີຣີ. ປັດຈຸບັນ, ອົງການນີ້ພວມຢຸດຕິຊົ່ວຄາວທຸກໆການເຄື່ອນໄຫວຂອງຕົນຍ້ອນຜົນກະທົບຂອງໂລກລະບາດ Covid – 19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງກິ່ງກຸ໊ຍ, ຫົວໜ້າຄະນະປະຕິບັດງານຫວຽດນາມປະຈຳສປຊໄດ້ຢັ້ງຢືນຄືນໃໝ່ກ່ຽວກັບທັດສະນະຂອງ ຫວຽດນາມໃນການກ່າວປະນາມທຸກໆການກະທຳນຳໃຊ້ອາວຸດເຄມີ, ຢັ້ງຢືນເຖິງຄວາມສຳຄັນຂອງການປະຕິບັດສົນທິສັນຍາຫ້າມອາວຸດເຄມີຢ່າງຄົບຖ້ວນແລະການສະໜັບສະໜູນຕໍ່ການເຄື່ອນໄຫວຂອງອົງການຫ້າມອາວຸດເຄມີທີ່ເໝາະສົມກັບສົນທິສັນຍາ.

ຟ້າມຮວນນັກຂ່າວ vov ປະຈຳອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ