ສະພາຄວາມໝັ້ນຄົງສປຊອອກມະຕິສະກັດກັ້ນແຫຼ່ງລາຍຮັບຂອງບັນດາອົງການກໍ່ການຮ້າຍ

ສະພາຄວາມໝັ້ນຄົງສປຊອອກມະຕິສະກັດກັ້ນແຫຼ່ງລາຍຮັບຂອງບັນດາອົງການກໍ່ການຮ້າຍ - ảnh 1
ສຳ​ພັນ​ທະ​ມິດ​ຕ້ານ IS ໂຮມ​ປະ​ຊຸມ​ຢູ່ ອັງ​ກິດ
(ພາບ: AFP/TTXVN)

(vovworld) - ວັນ​ທີ 12/2, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ປຶກ​ສາ​ຫາ​ລື ແລະ ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັບ​ຮອງ​ເອົາ​ມະ​ຕິ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ບັນ​ດາ​ແຫຼ່ງ​ລາຍ​ຮັບ​ດ້າ​ນ​ການ​ເງິນ, ກ່ອນ​ອື່ນ​ໝົດ​ແມ່ນ​ຈາກ​ການ​ຂາຍ​ນ້ຳ​ມັນ​ກະ​ຊວນ, ຂອງ​ອົງ​ການກໍ່​ການ​ຮ້າຍ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ , ແນວ​ໂຮ​ມ Al – Nusrah (ANF) ແລະ ບາງ​ຝ່າຍ, ກຸ່ມກໍ່​ການ​ຮ້າຍ​ອື່ນໆ​ອີກ. ຕາມ​ຂໍ້​ລິ​ເລີ່ມ​ຂອງ​ລັດ​ເຊຍ ແລ້ວ, ໃນ​ວາ​ລະ​ປະ​ຊຸມ​ທີ່​ສ​ຳ​ນັກ​ງານ​ຕົ້ນ​ຕໍ​ຂອງ ສ​ປ​ຊ ຢູ່ ນິວຢອກ, ອາ​ເມ​ລິ​ກາ, ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ 15 ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ໄດ້​ຄັດ​ຄ​້ານ​ບັນ​ດາ​ການ​ຊື້ - ຂາຍ ໂດຍ​ກົງ ຫຼື ໂດຍ​ທາງອ​້ອມ​ກັບ​ບັນ​ດາ​​ອົງ​ການກໍ່​ການ​ຮ້າຍ​ກ່ຽວ​ຂ້ອງ​ເຖິງ​ນ້ຳ​ມັນ​, ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ນ້ຳ​ມັນ​ກະ​ຊວນ, ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ຂຸດ​ຄົ້ນ, ຂົນ​ສົ່ງ​ນ້ຳ​ມັນ. ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຖື​ວ່າ: ບັນ​ດາ​ການ​ທຸ​ລະ​ກຳ​, ​ດັ່ງ​ນັ້ນຈ​ະ​ສົ່ງ​ເສີມ​ອົງ​ການກໍ່​ການ​ຮ້າຍ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ, ດັ່ງ​ນັ້ນ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ຢຸດ​ຕິ​ທຸກໆ​ການ​ພົວ​ພັນ​ດ້ານ​ວັດ​ຖຸ ແລະ ການ​ເງິນ​ກັບ​ບັນ​ດາ​ອົງ​ການກໍ່​ການ​ຮ້າຍ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ