ສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່າວປະນາມການບຸກໂຈມຕີຄະນະປະຕິບັດງານສະຫະປະຊາຊາດ ຢູ່ Mali

(VOVWORLD) -ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ຮຽກຮ້ອງໃຫ້ລັດຖະບານຂ້າມຜ່ານຂອງ Mali ສືບສວນເຫດບຸກໂຈມຕີ ແລະ ນຳຕົວການມາພິພາກສາໂດຍດ່ວນ.
ສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່າວປະນາມການບຸກໂຈມຕີຄະນະປະຕິບັດງານສະຫະປະຊາຊາດ ຢູ່ Mali - ảnh 1ຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ Mali
(ພາບປະກອບ: AFP/TTXVN)

ໃນແຈ້ງການທາງສື່ມວນຊົນເຊິ່ງ 15 ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະຊາຊາດ ເປັນເອກະພາບຍົກອອກມາໃນວັນທີ 08 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ກ່າວປະນາມຢ່າງຮຸນແຮງການບຸກໂຈມຕີແນໃສ່ຂະບວນລົດຂອງຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ Mali (MINUSMA) ໃນວັນທີ 07 ມີນາ, ເຊິ່ງເຮັດໃຫ້ນາຍທະຫານ 2 ຄົນເສຍຊີວິດ ແລະ 4 ຄົນໄດ້ຮັບບາດເຈັບ. ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍ່ຮຽກຮ້ອງໃຫ້ລັດຖະບານຂ້າມຜ່ານຂອງ Mali ສືບສວນເຫດບຸກໂຈມຕີ ແລະ ນຳຕົວການມາພິພາກສາໂດຍດ່ວນ.

ແຈ້ງການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ຊີ້ແຈ້ງວ່າ ຕາມຂໍ້ກຳນົດຂອງກົດໝາຍສາກົນ, ບັນດາເຫດບຸກໂຈມຕີທີ່ແນໃສ່ກຳລັງຮັກສາສັນຕິພາບ ອາດຈະເປັນໂທດສົງຄາມ. ພ້ອມກັນນັ້ນ, ການກະທຳເຂົ້າຮ່ວມເລື່ອງສ້າງແຜນການ, ຊີ້ນຳ, ອຸປະຖຳ ຫຼື ປຸກລະດົມບັນດາເຫດບຸກໂຈມຕີແນໃສ່ກຳລັງຮັກສາສັນຕິພາບ MINUSMA ແມ່ນພື້ນຖານເພື່ອຈັດວາງຄຳສັ່ງລົງໂທດຕາມບັນດາມະຕິທີ່ກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ