ສະພາຄວາມໝັ້ນຄົງສະຫະປະຊາຊາດກະຕຸກຊຸກຍູ້ການຢຸດຍິງຢູ່ ຊີຣີ ໃນທັນທີ

(VOVWORLD) - ວັນທີ 16 ມີນາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດອີກຄັ້ງໜຶ່ງ ໄດ້ຮຽກຮ້ອງ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊີຣີ ປະຕິບັດມະຕິຮຽກຮ້ອງຄຳສັ່ງຢຸດຍິງໃນທັນທີຢູ່ທົ່ວປະເທດ ຊີຣີ ຢ່າງຄົບຖ້ວນ.
ສະພາຄວາມໝັ້ນຄົງສະຫະປະຊາຊາດກະຕຸກຊຸກຍູ້ການຢຸດຍິງຢູ່ ຊີຣີ ໃນທັນທີ - ảnh 1 ພາບປະກອບ /THX/TTXVN

ພາຍຫລັງການທາບທາມຄຳເຫັນຢ່າງປິດລັບຂອງສະພາຄວາມໝັ້ນຄົງກ່ຽວກັບສະພາບການ ຊີຣີ, ທ່ານເອກອັກຄະລັດຖະທູດ ໂຮນລັງ ປະຈຳ ສະຫະປະຊາຊາດ Karel van Oosterom – ຜູ້ຮັກສາການປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃຫ້ຮູ້ວ່າ: ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ໄດ້ຕຳໜິຕິຕຽນສະພາບຄວາມຮຸນແຮງໃນປັດຈຸບັນຢູ່ເຂດ Ghouta ຕາເວັນອອກ ແລະ ຢູ່ນະຄອນຫລວງ Damascus ຂອງ ຊີຣີ, ທ່ານເນັ້ນໜັກວ່າ ບັນດາການຜັນແປ່ຢູ່ນີ້ ພວມລະເມີດມະຕິ 2401 ເຊິ່ງສະພາບຄວາມໝັ້ນຄົງ ໄດ້ຮັບຮອງເອົາໃນວັນທີ 24 ກຸມພາ ຜ່ານມາຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ