ສະພາຄວາມໝັ້ນຄົງຮັບຮອງເອົາມະຕິສະກັດກັ້ນການກໍ່ການຮ້າຍສຳຜັດກັບແຫຼ່ງອາວຸດ

(VOVWORLD) - ວັນທີ 02 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິກ່ຽວກັບການສະກັດກັ້ນບັນດາກຸ່ມກໍ່ການຮ້າຍສຳຜັດກັບແຫຼ່ງອາວຸດ
ສະພາຄວາມໝັ້ນຄົງຮັບຮອງເອົາມະຕິສະກັດກັ້ນການກໍ່ການຮ້າຍສຳຜັດກັບແຫຼ່ງອາວຸດ - ảnh 1ສະພາຄວາມໝັ້ນຄົງຮັບຮອງເອົາມະຕິສະກັດກັ້ນການກໍ່ການຮ້າຍສຳຜັດກັບແຫຼ່ງອາວຸດ (ພາບ: ປະກອບ)

ພິເສດ ແມ່ນອາວຸດຂະໜາດນ້ອຍ ແລະ ເບົາ, ເພື່ອບໍ່ປະໃຫ້ການກໍ່ການຮ້າຍໄດ້ສະສົມ ແລະ ນຳໃຊ້ຢ່າງຜິດກົດໝາຍ, ກໍ່ໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໂລກ, ເຮັດໃຫ້ຫລາຍຄົນເສຍຊີວິດ. ມະຕິກໍ່ກ່າວປະນາມຢ່າງແຮງ ເລື່ອງແລກປ່ຽນອາວຸດ, ອຸປະກອນການທະຫານ, ບັນດາລະບົບເຮືອບິນບໍ່ມີຄົນຂັບ (UAS) ແລະ ບັນດາພາກສ່ວນປະກອບສ້າງວັດຖຸ (IED) ລະຫວ່າງບັນດາກຸ່ມກໍ່ການຮ້າຍອິດສະລາມ (IS), al-Qaeda…ມະຕິໄດ້ກະຕຸກຊຸກຍູ້ບັນດາປະເທດສະມາຊິກສະຫະປະຊາຊາດສະກັດກັ້ນ, ມ້າງທຳລາຍບັນດາເຄືອຂ່າຍຊື້ຂາຍອາວຸດ, ອຸປະກອນ, ລະບົບຂອງບັນດາກຸ່ມດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ