ສະພາຊົນເຜົ່າ ຈັດກອງປະຊຸມຄົບຄະນະຄັ້ງທີ 7

ສະພາຊົນເຜົ່າ ຈັດກອງປະຊຸມຄົບຄະນະຄັ້ງທີ 7 - ảnh 1
(ພາບປະກອບ)

(vovworld) - ວາລະ​ປະຊຸມ​ເພື່ອ​ກະກຽມ​ບັນດາ​ເນືອ​ໃນ​ທີ່​ຈຳ​ເປັນ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຈະ​ມາ​ເຖິງ. ປຶກສາ​ຫາລື​ບົດ​ລາຍ​ງານ​ຂອງ​ ກຳມາທິການ​ຊົນ​ເຜົ່າ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ ປີ 2013 ​ແລະ ທິດ​ທາງ, ຫນ້າ​ທີ່​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າປີ 2014, ບັນດາ​ສະມາຊິກ​ສະພາ​ຊົນ​ເຜົ່າ ​ໄດ້​ຕີ​ລາຄາ​ວ່າ​ມີຫຼາຍ​ນະ​ໂຍບາຍ​ໃໝ່​ ໄດ້​ຮັບ​ການປະກາດ​ໃຊ້ ​ແລະ ຜັນ​ຂະຫຍາຍການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ສຳຄັນ​​​​ເຮັດ​ໃຫ້​ໂສມ​ໜ້າ​ຊົນນະບົດ​​ ເຂດ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດມີ​ການປ່ຽນ​ແປງ. ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ປີ 2014 ຢ່າງ​ມີ​ປະສິດທິ​ຜົນ, ບັນດາ​ຜູ້​ແທນ​ຖື​ວ່າ ຕ້ອງ​ກວດກາຄືນ​, ວາງ​ແຜນ​ສ້າງ​ບັນດາ​ນະ​ໂຍບາຍ​ຊົນ​ເຜົ່າ​ໄລຍະ 2016 – 2020 ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ ​ຊົນ​ເຜົ່າຮັບປະກັນ​ຊີວິດ​​ເປັນ​ປົກກະຕິ ​ແລະ ພັດ​ທະນາ​ຢ່າງ​ໝັ້ນຄົງ; ຈັດ​ຕັ້ງ​ການ​ປະຕິບັດ​ມະ​ທີ​ເລກທີ 05 ຂອງ​ລັດຖະບານ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ ​ແລະ ຄຳ​ສັ່ງ​ເລກທີ 1971 ກ່ຽວ​ກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ຊົນ​ເຜົ່າ​ໃນ​ໄລຍະ​ຫັນ​ປະ​ເທດຊາດເປັນປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ​ເປັນຢ່າງ​ດີ. ຄະນະ​ກຳມມາ​ທິການ​ຊົນ​ເຜົ່າ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ເພີ່​ມທະວີ​ວຽກ​ງານ​ຕິດຕາມ​ກວດກາ, ປະຕິບັດ​ບັນດາ​ລາຍການ, ​ໂຄງການ​ທີ່​ກ່ຽວຂ້ອງ​ເຖິງ​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ພູດ​ອຍ, ​ເຂດຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ ສຳລັບ​ວິວັດ​ການ​ປະຕິບັດ​ນະ​ໂຍບາຍ​ຕ່າງໆ.

ຂ່າວ/ບົດ​ອື່ນ