ສະພາຕໍ່າ ອາເມລິກາ ຊອກຫາວິທີຊຸກຍູ້ບັນດາຮ່າງກົດໝາຍເປີດປະຕູລັດຖະບານຄືນໃໝ່

(VOVWORLD) -ສອງຝ່າຍ ຍັງບໍ່ລົງລອຍກັນຢ່າງເລິກເຊິ່ງກ່ຽວກັບບັນດາບ້ວງງົບປະມານໃຫ້ແກ່ການກໍ່ສ້າງກໍາແພງຊາຍແດນກັບ ເມກຊີໂກ
ສະພາຕໍ່າ ອາເມລິກາ ຊອກຫາວິທີຊຸກຍູ້ບັນດາຮ່າງກົດໝາຍເປີດປະຕູລັດຖະບານຄືນໃໝ່ - ảnh 1 ທ່ານປະທານສະພາຕໍ່າ Nancy Pelosiພ້ອມດ້ວຍບັນດາສະມາຊິກພັກປະຊາທິປະໄຕທີ່ການຖະແຫຼງຂ່າວ (ພາບ: AFP/TTXVN)

ພາຍຫຼັງການພົບປະຄັ້ງທີ 3 ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ບັນດາສະມາຊິກພັກປະຊາທິປະໄຕ ສືບຕໍ່ບໍ່ບັນລຸໄດ້ໝາກຜົນ ແລະ ສອງຝ່າຍ ຍັງບໍ່ລົງລອຍກັນຢ່າງເລິກເຊິ່ງກ່ຽວກັບບັນດາບ້ວງງົບປະມານໃຫ້ແກ່ການກໍ່ສ້າງກໍາແພງຊາຍແດນກັບ ເມກຊີໂກ, ທ່ານປະທານສະພາຕໍ່າ Nancy Pelosi ໃຫ້ຮູ້ວ່າ ພັກປະຊາທິປະໄຕ ຄາດວ່າ ຈະປະຕິບັດສໍາເລັດແຜນການຮັບຮອງເອົາ ຮ່າງກົດໝາຍກ່ຽວກັບງົບປະມານສະເພາະ 04 ສະບັບ ເພື່ອສົ່ງໄປຍັງສະພາສູງ ພາຍໃນ 03 ວັນຈະມາເຖິງ ເພື່ອແນໃສ່ຊ່ວຍລັດຖະບານກັບຄືນສູ່ການເຄື່ອນໄຫວເປັນປົກກະຕິໂດຍໄວ.

        ການນໍາສອງພັກສາທາລະນະລັດ ແລະ ພັກປະຊາທິປະໄຕ ໄດ້ຍົກອອກບັນດາຂໍ້ສະເໜີທີ່ແຕກຕ່າງກັນໃນການພົບປະ ທີ່ແກ່ຍາວເປັນເວລາປະມານ ເຄ່ິງຊົ່ວໂມງ ຢູ່ທໍານຽບຂາວ ແລະ ສະພາບການໄດ້ເຄັ່ງຕຶງຂຶ້ນຢ່າງວ່ອງໄວ.


ຕອບກັບ

ຂ່າວ/ບົດ​ອື່ນ