ສະພາຕຳ່ອາເມລິກາຮຽກຮ້ອງອຳນາດການປົກຄອງ Obama ປະກາດການ ຜັນຂະຫຍາຍກົດໝາຍປະຕິຮູບສາທາລະນະສຸກ

ສະພາຕຳ່ອາເມລິກາຮຽກຮ້ອງອຳນາດການປົກຄອງ Obama ປະກາດການ ຜັນຂະຫຍາຍກົດໝາຍປະຕິຮູບສາທາລະນະສຸກ - ảnh 1
ທ່ານປະທານາທິບໍດີ ອາເມລິກາ Barack Obama
ພາບ: internet

(vovworld)- ​​​​ ວັນ​ທີ 5/11, ກຳມາ​ທິການ​ຂອງ​ສະພາ​ຕຳ່​ອາ​ເມ​ລິ​ກາ ​ໂດຍ​ພັກສາ​ທາ​ລະນະລັດ ​ກວມ​ທີ່​ນັ່ງ​ສ່ວນ​ຫລາຍ​ໄດ້​ຮຽກຮ້ອງ​ໃຫ້​ອຳນາດ​ກາ​ນປົກຄອງ​ປະທານາທິບໍດີ Barack Obama ຕ້ອງ​ປະກາດ​ການ​ຜັນ​ແປ​ຂອງ​ເລື່ອ​ງຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິ​ຮູບ​ລະບອບ​ເບິ່ງ​ແຍງ​ດູ​ແລ​ສາທາລະນະ​ສຸກ ​ຫລື​ເອີ້ນ​ວ່າ Obama Care. ​ໃນ​ຄຳ​ສະ​ເຫ​ນີສົ່ງ​ເຖິງ​ທ່ານ​ນາງ Marylyn Tavenner, ຜູ້ອຳນວຍການ​ບັນດາ​ສູນ​ເບິ່ງ​ແຍງດູ​​ແລ ​ແລະ ບໍລິການ​ສາທາລະນະ​ສຸກ ຂຶ້ນ​ກັບ​ກະຊວງ​ສາທາລະນະ​ສຸກ ​ແລະ ສະຫວັດດີ​ການ ອາ​ເມ​ລິ​ກາ, ສະມາຊິກສະພາ​ຕຳ່ Camp ສະ​ແດງ​ຄວາມ​ສົງ​ໃສ​ກ່ຽວ​ກັບ​ຈຸດໝາຍ​ຂອງ​ທຳນຽບຂາວ ​ແມ່ນ​ຮອດ​ເດືອນ 12/2013 ນີ້ ຈະ​ມີ​ຊາວ​ອາ​ເມ​ລິ​ກາ​ປະມານ 1 ລ້ານ​ຄົນ ຈົດ​ທະບຽນ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດຊື້​ບັດປະກັນ​ສຸຂະພາບຕາມ​​ລາຍການ ObamaCare.

        ລາຍການ​ປະກັນ​ສຸຂະພາບ ObamaCare ​ແມ່ນ​ບັນຫາ​ກໍ່​ຄວາມ​ຖົກ​ຖຽງ​ລະຫວ່າງ​ພັກສາ​ທາ​ລະນະ​ລັດທີ່​ສະພາ​ແຫ່ງ​ຊາດ ​ແລະ ທຳນຽບຂາວ ​ພາ​ໄປ​ເຖິງການ​ປິດ​ປະຕູສຳນັກ​ງານຂອງ​ລັດຖະບານ​ອາ​ເມ​ລິ​ກາ​ໃນ​ເວລາ 16 ວັນ​ຂອງ​ເດືອນ 10 ຜ່ານ​ມາ. ລາຍການ ObamaCare ​ເລ່ີມປະຕິ​ບັດ​ໃນ​ວັນ​ທີ 1/10, ຜ່ານ​ນັ້ນ ຊາວ​ອາ​ເມ​ລິ​ກາ ສາມາດ​ຊື້​ບັດ​ປະກັນ​ໄພ​ຜ່ານ​ຫນ້າ​ເວັບ Healthcare.gov ດ້ວຍ​ລາຄາ​ຖືກ.

ຕອບກັບ

ຂ່າວ/ບົດ​ອື່ນ