ສະ​ພາບ​ການ ອາບ​ກາ​ນິດ​ສະ​ຖານ: ສະ​ພາ​ກາ​ແດງ​ສາ​ກົນ ຮຽກ​ຮ້ອງ​ໃຫ້​ເຊື່ອມ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ຄືນ​ໃໝ່

(VOVWORLD) -ທ່ານປະທານຄະນະກຳມະການ ກາແດງ ສາກົນ (ICRC) Peter Maurer ຮຽກຮ້ອງໃຫ້ບັນດາອົງການມະນຸດສະທຳ ກັບຄືນໄປ ອາບການິດສະຖານ ແລະ ທະນາຄານໂລກ (WB) ຈົ່ງສ້າງເງື່ອນໄຂສະດວກເພື່ອໃຫ້ປະເທດອາຊີຕາເວັນຕົກສ່ຽງໃຕ້ນີ້ ປັບປຸງລະບົບສາທາລະນະສຸກ.
ສະ​ພາບ​ການ ອາບ​ກາ​ນິດ​ສະ​ຖານ: ສະ​ພາ​ກາ​ແດງ​ສາ​ກົນ ຮຽກ​ຮ້ອງ​ໃຫ້​ເຊື່ອມ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ຄືນ​ໃໝ່ - ảnh 1ສົງຄາມ ໄດ້ເຮັດໃຫ້ຊາວ ອາບການິດສະຖານ ຫຼາຍຄົນບໍ່ມີເຮືອນຢູ່ (ພາບ: THX/TTXVN)

ວັນທີ 8 ກັນຍາ, ທ່ານປະທານຄະນະກຳມະການ ກາແດງ ສາກົນ (ICRC) Peter Maurer ຮຽກຮ້ອງໃຫ້ບັນດາອົງການມະນຸດສະທຳ ກັບຄືນໄປ ອາບການິດສະຖານ ແລະ ທະນາຄານໂລກ (WB) ຈົ່ງສ້າງເງື່ອນໄຂສະດວກເພື່ອໃຫ້ປະເທດອາຊີຕາເວັນຕົກສ່ຽງໃຕ້ນີ້ ປັບປຸງລະບົບສາທາລະນະສຸກ.

ຖະແຫຼງການດັ່ງກ່າວ ໂດຍທ່ານ Maurer ຍົກອອກມາໃນການຖະແຫຼງຂ່າວ ເຊິ່ງຖືກຈັດຂຶ້ນພາຍຫຼັງການເດີນທາງໄປສຳຫຼວດກວດກາ ອາບການິດສະຖານ ເປັນເວລາ 4 ວັນ ແລະ ການເຈລະຈາກັບຜູ້ນຳໜ້າກຳລັງ ຕາລີບານ.  

ພ້ອມດຽວກັນນັ້ນ, ທ່ານປະທານ ICRC ກໍເນັ້ນໜັກວ່າ ການໜູນຊ່ວຍຂອງທະນາຄານໂລກ ຕໍ່ຂົງເຂດສາທາລະນະສຸກຢູ່ ອາບການິດສະຖານ ແມ່ນມີຄວາມສຳຄັນຍິ່ງ. ທ່ານຢັ້ງຢືນວ່າ: “ຂ້າພະເຈົ້າແນ່ໃຈວ່າ ຈະຂົນຂວາຍປຸກລະດົມ ເພື່ອໃຫ້ທະນາຄານໂລກ ຊອກຫາມາດຕະການທີ່ດີທີ່ສຸດ ເພື່ອສືບຕໍ່ໜູນຊ່ວຍການປັບປຸງບັນດາຮາກຖານສາທາລະນະສຸກ ຢູ່ ອາບການິດສະຖານ.”

ຕອບກັບ

ຂ່າວ/ບົດ​ອື່ນ