ສະພາບການເສດຖະກິດ-ສັງຄົມ ຫວຽດນາມ ໃນເດືອນກໍລະກົດ ມີສັນຍາດີຂຶ້ນ

(VOVWORLD) -ບັນດາສະມາຊິກລັດຖະບານໄດ້ຕີລາຄາວ່າ ສະພາບການເສດຖະກິດ, ສັງຄົມໃນເດືອນກໍລະກົດ ຂອງຫວຽດນາມ ແມ່ນມີສັນຍານດີຂຶ້ນ
ສະພາບການເສດຖະກິດ-ສັງຄົມ ຫວຽດນາມ ໃນເດືອນກໍລະກົດ ມີສັນຍາດີຂຶ້ນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມນັດສາມັນເດືອນກໍລະກົດຂອງລັດຖະບານຫວຽດນາມ ເພື່ອຕີລາຄາສະພາບການປະຕິບັດໜ້າທີ່ດ້ານເສດຖະກິດສັງຄົມໃນເດືອນກໍລະກົດ ແລະ 07 ເດືອນຕົ້ນປີ 2018. ບັນດາສະມາຊິກລັດຖະບານໄດ້ຕີລາຄາວ່າ ສະພາບການເສດຖະກິດ, ສັງຄົມໃນເດືອນກໍລະກົດ ຂອງຫວຽດນາມ ແມ່ນມີສັນຍານດີຂຶ້ນ, ໃນນັ້ນ ບັນຫາເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີ; ການຜະລິດກະສິກໍາບັນລຸໝາກຜົນຢ່າງຕັ້ງໜ້າ. ການຜະລິດອຸດສາຫະກໍາ ເພີ່ມຂຶ້ນແຮງ ດ້ວຍລະດັບ 14,3%, ໃນນັ້ນ ການສົ່ງອອກບັນລຸເກືອບ 134 ຕື້ USD.

        ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ລັດຖະບານໃຫ້ຄໍາໝັ້ນສັນຍາວ່າ ເລື່ອງເງິນເຟີ້ໃນປີນີ້ ຈະບໍ່ເກີນ 4% ເໝືອນດັ່ງມະຕິຂອງສະພາແຫ່ງຊາດໄດ້ວາງອອກ. ທ່ານນາຍົກລັດຖະມົນຕີ ກໍໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ຈົ່ງປືກສາຫາລືກ່ຽວກັບມາດຕະການເສດຖະກິດສັງຄົມໃນໄລຍະຈະມາເຖິງ, ໃນນັ້ນມີການຄວບຄຸມເງິນເຟີ້, ເຮັດໃຫ້ເສດຖະກິດມະຫາພາກເປັນປົກກະຕິ. ພ້ອມກັນນັ້ນ, ບັນດາກະຊວງ, ຂະແໜງການ ຄວນຍົກອອກມາດຕະການເພື່ອຫຼຸດຜ່ອນເງື່ອນໄຂດໍາເນີນທຸລະກິດ, ສໍາຜັດກັບການສິນເຊື່ອ, ທີ່ດິນ, ຄ່າບໍລິການຕ່າງໆ, ຄ່າໃຊ້ຈ່່າຍ, logistic; ຍູ້ແຮງຄວາມຄືບໜ້າຂອງການຫັນລັດວິສາຫະກິດເປັນຫຸ້ນສ່ວນ.

        ກອງປະຊຸມລັດຖະບານນັດສາມັນເດືອນກໍລະກົດ ໄດ້ດໍາເນີນເປັນເວລາສອງວັນ ແຕ່ວັນທີ 31 ກໍລະກົດ ຫາ 01 ສິງຫາ ຈິ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ