ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ອົງການອະນາໄມໂລກ (WHO) ໄດ້ຢັ້ງຢືນວ່າ ມີຈຳນວນຜູ້ຕິດເຊື້ອໄວຣັດ SARS – CoV – 2 ໃນທົ່ວໂລກເກືອບ 170.000 ຄົນ, ໃນນັ້ນ ເສຍຊີວິດ 6515 ຄົນ. ໂລກລະບາດໄດ້ແຜ່ລາມອອກສູ່ 157 ປະເທດ ແລະ ເຂດແຄ້ວນ.

ຢູ່ ເອີລົບມີ 2 ປະເທດທີ່ເກີດມີໂລກລະບາດ Covid – 19 ຮ້າຍແຮງທີ່ສຸດນັ້ນແມ່ນ ອີຕາລີ ແລະ ແອັດສະປາຍ ໂດຍສືບຕໍ່ກວດພົບຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຕື່ມອີກໃນວັນທີ 15 ມີນາ, ໂດຍບໍ່ຫົວຊາຕໍ່ເລື່ອງໄດ້ປະຕິບັດມາດຕະການປິດລ້ອມເຂດໃນທົ່ວປະເທດແລ້ວ. ໃນຂະນະນັ້ນ, ບັນດານັກຊ່ຽວຊານສາທາລະນະສຸກແຖວໜ້າອັງກິດ ໄດ້ຍອມຮັບວ່າ ໂລກລະບາດ Covid – 19 ອາດຈະແກ່ຍາວຮອດ 12 ເດືອນ ຢູ່ປະເທດນີ້, ໝາຍຄວາມວ່າ ລະດູບານໃໝ່ ປີ 2021.

        ວັນທີ 15 ມີນາ, ເຢຍລະມັນໄດ້ອອກຄຳສັ່ງປິດປະຕູດ່ານຊາຍແດນ ກັບບັນດາປະເທດຄືຝລັ່ງ, ສະວິດ, ແດນມາກ, ໂອຕາລິດ ແລະ ລຸກຊຳບວກ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid 19 ໃນສະພາບການຈຳນວນຜູ້ຕິດເຊື້ອໄວຣັດ Covid – 19 ຢູ່ປະເທດນີ້ໄດ້ເພີ່ມຂຶ້ນເກືອບ 5000 ຄົນ ໃນນັ້ນມີຜູ້ເສຍຊີວິດ 10 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ