ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໄລ່ຮອດຕອນຄ່ຳວັນທີ 6 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນລາຍໃໝ່ຕື່ມອີກ 4.315 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: TTXVN

ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ໄລ່ຮອດຕອນຄ່ຳວັນທີ 6 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນລາຍໃໝ່ຕື່ມອີກ 4.315 ຄົນ, ສະເພາະຢູ່ນະຄອນໂຮ່ຈີມິນ ມີຜູ້ຕິດເຊື້ອແມ່ນ 1.497 ຄົນ. ດັ່ງນັ້ນ, ໄລ່ຮອດຕອນເຊົ້າວັນທີ 6 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 193.381 ຄົນ ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 62.332 ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 6 ສິງຫາ (ຕາມເວລາ ຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 201,6 ລ້ານຄົນ, ມີຜູ້ເສຍຊີວິດ ກ່ວາ 4,27 ລ້ານຄົນ ແລະ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ກ່ວາ 181,4 ລ້ານຄົນ. ອາເມລິກາ, ອິນເດຍ, ບຣາຊິນ ຍັງແມ່ນ 3 ປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ