ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໄລ່ຮອດຕອນບ່າຍວັນທີ 7 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 200.715 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ66.637ຄົນ.

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: TTXVN

ແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງ 30 ນາທີຂອງວັນທີ 7 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ໃນຊຸມຊົນຕື່ມອີກ 3.540 ຄົນ.

ໄລ່ຮອດຕອນບ່າຍວັນທີ 7 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 200.715 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ66.637ຄົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 7 ສິງຫາ (ຕາມເວລາ UTC) ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 202 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 4,2 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກ່ວາ 181 ລ້ານຄົນ.

 ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 632.641 ຄົນ, ຖັດຈາກນັ້ນ ແມ່ນ ອິນເດຍ, ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ