ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ມິຖຸນາ (ຕາມເວລາ UTC), ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 179.239.736 ຄົນ, ໃນນັ້ນ ມີ 3,88 ລ້ານຄົນເສຍຊີວິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ຫວຽດນາມ ສີດຢາຂ້າເຊື້ອບ່ອນມີຜູ້ຕິດເຊື້ອ (ພາບ: TTXVN)

ຕາມຂ່າວພາກທ່ຽງວັນທີ 21 ມິຖຸນາ ກ່ຽວກັບໂລກລະບາດໂຄວິດ - 19 ຂອງ ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 90 ກໍລະນີ, ໃນນັ້ນ, ນະຄອນ ໂຮ່ຈີມິນ ມີ 63 ກໍລະນີ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂລກລະບາດໂຄວິດ - 19 ລວມທັງໝົດ 13.348 ກໍລະນີ, ໃນນັ້ນ ມີ 5.229 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ ແລະ 66 ກໍລະນີ ເສຍຊີວິດ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ມິຖຸນາ (ຕາມເວລາ UTC), ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 179.239.736 ຄົນ, ໃນນັ້ນ ມີ 3,88 ລ້ານຄົນເສຍຊີວິດ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 289.579 ຄົນ, ໂດຍສ່ວນຫຼາຍແມ່ນບັນດາປະເທດຄື ອິນເດຍ, ບຣາຊິນ, ໂກລົມເບຍ, ລັດເຊຍ, ອິນໂດເນເຊຍ, ອາຟະລິກາໃຕ້. ອາເມລິກາ ຍັງຄົງແມ່ນປະເທດ ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອທັງໝົດກວ່າ  34,4 ລ້ານຄົນ, ໃນນັ້ນມີ 617.166 ຄົນ ເສຍຊີວິດ.


ຕອບກັບ

ຂ່າວ/ບົດ​ອື່ນ