ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 28 ມິ​ຖຸ​ນາ

(VOVWORLD) -ໄລ່ມາຮອດ ເວລາ 12 ໂມງຂອງວັນທີ 28 ມິຖຸນາ , ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 15.889 ຄົນ, ໃນນັ້ນ ມີ 6.319 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ມີ 76 ຄົນເສຍຊີວິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 28 ມິ​ຖຸ​ນາ - ảnh 1 (ພາບ: AP)

ນັບແຕ່ເວລາ 6 ຫາເວລາ 12 ໂມງຂອງວັນທີ 28 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 149 ຄົນ, ໃນນັ້ນ, ນະຄອນ ໂຮ່ຈີມິນ ຢັ້ງຢືນມີ 94 ຄົນ. ໄລ່ມາຮອດ ເວລາ 12 ໂມງຂອງວັນທີ 28 ມິຖຸນາ , ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 15.889 ຄົນ, ໃນນັ້ນ ມີ 6.319 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ມີ 76 ຄົນເສຍຊີວິດ.

  ກ່ຽວກັບສະພາບການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ຫວຽດນາມ, ໄລ່ຮອດຕອນບ່າຍວັນທີ 27 ມິຖຸນາ, ຫວຽດນາມ ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ເກືອບ 3,4 ລ້ານໂດສ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 28 ມິຖຸນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 181,8 ລ້ານຄົນ, ໃນນັ້ນ ມີ 3,93 ລ້ານຄົນເສຍຊີວິດ.

        ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກກວ່າ 306.000 ຄົນ, ຊຶ່ງຫຼາຍກວ່າໝູ່ແມ່ນຢູ່ບັນດາປະເທດ ອິນເດຍ, ບຣາຊິນ, ໂກລົມເບຍ, ອິນໂດເນເຊຍ, ລັດເຊຍ…. ປັດຈຸບັນ, ອາເມລິກາ ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 35 ລ້ານຄົນ ແລະ ມີເກືອບ 619.500 ຄົນເສຍຊີວິດ.

       


 

ຕອບກັບ

ຂ່າວ/ບົດ​ອື່ນ