ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໃນໂລກ

(VOVWORLD) - ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຫລາຍກ່ວາໝູ່ໃນໂລກ. 

ຕາມການລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 11 ກັນຍາ ຮອດເວລາ 6 ໂມງຂອງວັນທີ 12 ກັນຍາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ຈັກຄົນ. ສະນັ້ນ ໃນ 10 ມື້ຜ່ານມາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ.

ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໃນໂລກ - ảnh 1 (ພາບປະກອບ / TTXVN)

        ໃນລະຫວ່າງວັນທີ 10  - 11 ກັນຍາ 2020, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ ອາເມລິກາ ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 350 ຄົນກັບຄືນ ຫວຽດນາມ ຢ່າງປອດໄພ.

        ແລະຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 45 ນາທີຂອງວັນທີ 12 ກັນຍາ (ຕາມເວລາສາກົນ), ທົ່ວໂລກໄດ້ຢັ້ງຢືນ ມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 28,6 ລ້ານຄົນ (ເພີ່ມຂຶ້ນ 300.000 ຄົນໃນ 24 ຊົ່ວໂມງຜ່ານມາ), ໃນນັ້ນ ມີ 918.000 ຄົນເສຍຊີວິດ.

        ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຫລາຍກ່ວາໝູ່ໃນໂລກ. ໃນນັ້ນ ອາເມລິກາ ຢືນອັນດັບໜຶ່ງ, ມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 6.588.448 ຄົນ ແລະ ມີຜູ້ເສຍຊີວິດຍ້ອນໂຄວິດ-19 ແມ່ນ 196.332 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ