ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນກວ່າ 45.892.000 ຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,2 ລ້ານຄົນ.

ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1 ເປັນມື້ທີ 59 ແລ້ວທີ່ ຫວຽດນາມ ບໍ່ ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ

(ພາບ: TTXVN)

ຕາມແຫຼ່ງຂ່າວຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ- 19 ໃນຕອນເຊົ້າວັນທີ 31 ຕຸລາໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງຂອງວັນທີ 30 ຕຸລາ ຫາເວລາ 6 ໂມງຂອງວັນທີ 31 ຕຸລາ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່. ສະນັ້ນ, ເປັນມື້ທີ 59 ແລ້ວທີ່ ຫວຽດນາມ ບໍ່ ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 1.177 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.063 ຄົນ, ມີຜູ້ເສຍຊີວິດ 35 ຄົນ ແລະ ບໍ່ມີກໍລະນີເຈັບໜັກ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 31 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນກວ່າ 45.892.000 ຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1,2 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນ ໂລກລະບາດໂຄວິດ-19. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ອາຊີ ແມ່ນພາກພື້ນຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດໂຄວິດ- 19 ກວ່າ 13,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 241.541 ຄົນ. ຕໍ່ຈາກນັ້ນແມ່ນພາກພື້ນ ອາເມລິກາເໜືອ ແລະ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ