ສະພາບຄວາມສະຫງົບຢູ່ອີຣັກຊົ່ວຮ້າຍລົງຢ່າງແຮງ

ສະພາບຄວາມສະຫງົບຢູ່ອີຣັກຊົ່ວຮ້າຍລົງຢ່າງແຮງ - ảnh 1
ສະຖານທີ່ເກີດເຫດການວາງລະເບີດ
(ພາບ: Reuters)

(vovworld) – ວັນ​ທີ 11/6, ສະພາບ​ຄວາມ​ສະຫງົບ​ຢູ່ ອີຣັກ ມີ​ບັນດາ​ການ​ຜັນ​​ແປ​ອັນຕະລາຍ​ທີ່​ສຸດ​ເມື່ອ​ບັນດາ​ທະຫານ​ກະບົດຊາວ ມຸດ​ສະ​ລິ​ມ ອີຣັກ (ISIL) ​ໄດ້​ຢຶດ​ເອົາ​ສະຖານກົງສູນ​ໃຫຍ່ ຕວກກີ ຢູ່​ເມືອງ​ເອກ Mosul ຂຶ້ນ​ກັບ​​​ແຂວງ Nineved, ພາກ​​ເໜືອ ອີ​ຣັກ ​ແລະ ລອກ​ຈັດ​ຕົວ​ຫົວໜ້າ​ສະຖານກົງສູນ ພ້​ອມກັບ​ພາລະ​ກອນ 24 ຄົນ. ກ່ອນ​ໜ້າ​ນັ້ນ, ISIL ​ໄດ້​ຍາດ​ເອົາ​ສິດ​ຄວບ​ຄຸມ​ນະຄອນ​ Tikrit, ​ເມືອງ​ເອກ​ແຂວງ Salahudin, ພາກ​ເໜືອ ອີຣັກ.

    ພາຍຫຼັງ​ການ​ລອກ​ຈັບ​ຕົວ, ທ່ານ​ນາຍົກລັດຖະມົນຕີ ຕວກກີ Tayyip Erdogan ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ​ກັບ​ບັນດາ​ການ​ນຳ​ອົງການ​ສືບ​ລາຊາການ​ລັບ​ແຫ່ງ​ຊາດ ທັງ​​ເປັນ​ຮອງ​ນາຍົກລັດຖະມົນຕີ Besir Atalay ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຜັນ​ແປ​ຂອງ​ສະພາບ​ການ. ກ່ອນ​ໜ້າ​ນັ້ນ, ທະຫານ​ກະບົດ ISIL ​ໄດ້​ເຂັ່ນຂ້າ​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ ອີຣັກ 15 ຄົນ​ຢູ່​​ເມືອງ Kirkuk ພາຍຫຼັງກັກ​ຕົວ​ເຂົາ​ເຈົ້າ ກ່ອນນັ້ນ 2, 3 ວັນ​.


ຂ່າວ/ບົດ​ອື່ນ