ສະພາສູງອາເມລິກາຮັບຮອງເອົາມະຕິກ່ຽວກັບຄວາມໝັ້ນຄົງບົນທະເລ

ສະພາສູງອາເມລິກາຮັບຮອງເອົາມະຕິກ່ຽວກັບຄວາມໝັ້ນຄົງບົນທະເລ - ảnh 1
ກອງປະຊຸມຂອງສະພາສູງອາເມລິກາ
ພາບປະກອບ:internet


(vovworld)-​​ວັນ​ທີ 11/6, ສະພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຮັບຮອງ​ເອົາມະຕິ​ຢັ້ງຢືນ​ຄືນ​ການ​ສະຫນັບສະຫນູນ​ຢ່າງ​ແຂງ​ແຮງ​ຂອງ​ອາ​ເມ​ລິ​ກາ​ສຳລັບ​ການ​ແກ້​ໄຂ​ການ​ພິພາດ​ຜືນ​ແຜນ​ດິນ, ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຢູ່​ເຂດ ອາຊີ-​ປາຊີ​ຟີ​ກ ​ໂດຍ​ສັນຕິ​ວິທີ. ມະຕິ​ດັ່ງກ່າວ​ໄດ້​ຊີ້​ແຈງ​ວ່າ: ສະພາ​ສູງ​ອາ​ເມ​ລິ​ກາ ຄັດຄ້ານ​ທຸກ​ການ​ກະທຳ​ບັງຄັບ, ນາບ​ຂູ່ ຫລື ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ປະຕິບັດ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການອະທິປະ​ໄຕ​ຜືນ​ແຜ​ນດິນ, ​ເຂດ​ທະ​ເລ​ຫລື​ປ່ຽນ​ແປງ​ສະພາບ​ຄວາມ​ເປັນ​ຈິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ ຮົວຕຸ​ງ. ມະຕິ​ໄດ້​ຮຽກຮ້ອງ​ບັນດາ​ຝ່າຍ​ກ່ຽວ​ຂ້ອງ​ຄວນ​ລະງັບ​ໃຈ​ບັນດາ​ການ​ກະທຳ​ທີ່​ກໍ່​ຂາດ​ສະຖຽນ​ລະ​ພາບ​, ​ເຮັດ​ໃຫ້​ສະພາບ​ການ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​ຫລື​ເພີ່ມ​ການ​ພິພາດ. ສະພາ​ສູງ​ອາ​ເມ​ລິ​ກາ ສະຫນັບສະຫນູນ​ຢ່າງ​ແຮງ​ຕໍ່​ເລື່ອງ ອາ​ຊຽນ ​ແລະ ຈີນ ຊຸກຍູ້​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແລະ ຮຽກຮ້ອງ​ໃຫ້​ທຸກ​ປະ​ເທດ​ສະຫນັບສະຫນູນ​ຄວາ​ມມານະ​ພະຍາຍາມ​ຂອງ ອາ​ຊຽນ​ໃນ​ບັນຫາ​ນີ້. ມະຕິ​ດັ່ງກ່າວ​ກໍ່​ໄດ້​ເຕື້ອງ​ເຖິງ​ບັນດາ​ການ​ພິພາດ​ບົນ​ທະ​ເລ​ ຮົວຕຸ​ງ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ສະກັດ​ກັ້ນ​ເຫດການ​ເກີ​ດຂຶ້ນ ​ແລະ ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ສັນຕິ​ວິທີ.

Nhat Quynh ນັກ​ຂ່າວ VOV ປະຈຳ​ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ