ສະພາສູງອາເມລິກາຮັບຮອງເອົາມະຕິຍົກເລີກໂຄງການຕິດຕາມກວດກາປາໜັງສຳລັບຫວຽດນາມ

ສະພາສູງອາເມລິກາຮັບຮອງເອົາມະຕິຍົກເລີກໂຄງການຕິດຕາມກວດກາປາໜັງສຳລັບຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ ດ້ວຍ 55 ບັດ​ສະໜັບສະໜູນ ​ແລະ 43 ບັດຄັດ​ຄ້ານ, ວັນ​ທີ 25/05, ສະພາ​ສູງ ອາ​ເມ​ລິ​ກາ ຮັບຮອງ​ເອົາ​ມະຕິ​ຍົກ​ເລີກ​​ໂຄງການ​ຕິດຕາມກວດກາ​ປາ​ໜັງ​ຂອງ​ກະຊວງ​ກະສິກຳ ອາ​ເມ​ລິ​ກາ (USDA) ​ທີ່ໄດ້​ປະກາດ​ແຕ່​ທ້າຍ​ປີ 2015. ທີ່​ການ​ປ່ອນ​ບັດ, ບັນດາ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ສະໜັບສະໜູນມະຕິ ​ຊີ້​ແຈ້ງ​ລັກສະນະຊັບຊ້ອນ, ​ຟຸມ​ເຟືອຍ, ບໍ່​ຈຳ​ເປັນ​ ​ແລະ ປົກ​ປ້ອງ​ການດ້ານ​ຄ້າ​ຂອງ​ໂຄງການ​ຕິດຕາມກວດກາ​ດັ່ງ​ກ່າວ, ​ເນັ້ນ​ໜັກ​​ເຖິງ​ໄພ​ຈະ​​ເກີດ​ການ​ຂັດ​ແຍ້​ງ ກັນຢູ່​ອົງການ​ການ​ຄ້າ​ໂລກ (WTO) ​ແລະ ຜົນ​ຮ້າຍຢ້ອນ​ຫລັງແມ່ນ​ບັນດາ​ມາດ​ຕະການ​ໂຕ້​ຕອບ​ຂອງ​ບັນດາ​ປະ​ເທດທີ່​ເລັ່ງ​ໃສ່​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຂອງ ອາ​ເມ​ລິ​ກາ. ທ່ານ John McCain ສະມາຊິກ​ສະພາ​ສູງ ​ໄດ້​ກ່າວ​ຫາ​ໂຄງການ​ຕິດຕາມ​ກວດກາ​ປາ​ໜັງ​ຂອງ USDA ​ວ່າແມ່ນ​ຄວາມ​ມານະ​ພະຍາຍາມປອມ​ຕົວ ​ເພື່ອ​​ແນ​ໃສ່​ປົກ​ປ້ອງ​ບັນດາ​ບໍລິສັດ​ປາ​ໜັງ​ຢູ່​ທາງ​ພາກ​ໃຕ້ ອາ​ເມ​ລິ​ກາ ​ໃນ​ການ​ແກ່ງ​ແຍ້​ງກັບ​ບັນດາ​ບໍລິສັດ​ນຳ​ເຂົ້າ ຫວຽດນາມ. ​ເພື່ອ​ມີ​ຜົນ​ສັກສິດ ມະຕິ​ນີ້ຍັງຕ້ອງ​ໄດ້​ຮັບ​ການຮັບຮອງ​ເອົາຈາກສະພາ​ຕ່ຳ ອາ​ເມ​ລິ​ກາ ​ ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ກ່ວາ 50% ​ແລະ ປະທາ​ນາ​ທິບໍດີ ອາ​ເມ​ລິ​ກາ Barack Obama ລົງ​ນາມ​ເປັນ​ກົດໝາຍ
ຂ່າວ/ບົດ​ອື່ນ