ສະພາສິດທິມະນຸດ ສປຊ ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາຕໍ່ການຊຸກຍູ້ສິດທິມະນຸດ

(VOVWORLD) - ເວທີປາໄສໄດ້ເຕົ້າໂຮມຜູ້ຕາງໜ້າຈາກບັນດາປະເທດ, ບັນດາກົນໄກ ແລະ ອົງການວິຊາສະເພາະ, ບັນດາອົງການຂຶ້ນກັບ ສປຊ, ບັນດາອົງການລະຫວ່າງລັດຖະບານ, ບັນດາກົນໄກພາກພື້ນ ແລະ ສາກົນໃນຂົງເຂດສິດທິມະນຸດ
ສະພາສິດທິມະນຸດ ສປຊ ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາຕໍ່ການຊຸກຍູ້ສິດທິມະນຸດ - ảnh 1 ພາບປະກອບ

ເວທີປາໄສກ່ຽວກັບສິດທິມະນຸດ, ປະຊາທິປະໄຕ ແລະ ຂໍ້ກຳນົດກົດໝາຍຂອງສະພາສິດທິມະນຸດ ສປຊ ໄດ້ດຳເນີນວາລະທີ 2 ໃນລະຫວ່າງວັນທີ 22 – 23 ພະຈິກ, ຢູ່ ເຊີແນວ, ປະເທດສະວິດ  ດ້ວຍຫົວຂໍ້ຂອງປີ 2018 ແມ່ນ “ບົດບາດຂອງລັດຖະສະພາໃນການຊຸກຍູ້ສິດທິມະນຸດ, ປະຊາທິປະໄຕ ແລະ ຂໍ້ກຳນົດກົດໝາຍ.”

        ເວທີປາໄສໄດ້ເຕົ້າໂຮມຜູ້ຕາງໜ້າຈາກບັນດາປະເທດ, ບັນດາກົນໄກ ແລະ ອົງການວິຊາສະເພາະ, ບັນດາອົງການຂຶ້ນກັບ ສປຊ, ບັນດາອົງການລະຫວ່າງລັດຖະບານ, ບັນດາກົນໄກພາກພື້ນ ແລະ ສາກົນໃນຂົງເຂດສິດທິມະນຸດ, ບັນດານັກຊ່ຽວຊານ, ນັກຮຽນຮູ້ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ. ໂຄງການດຳເນີນງານຂອງເວທີປາໄສສິດທິມະນຸດ, ປະຊາທິປະໄຕ ແລະ ຂໍ້ກຳນົດກົດໝາຍຂອງສະພາສິດທິມະນຸດຄັ້ງນີ້ລວມມີບັນຫາຕ່າງໆຄື: ລັດຖະສະພາ, ປັດໄຈຕົ້ນຕໍໃນການຊຸກຍູ້ສິດທິມະນຸດ, ປະຊາທິປະໄຕ ແລະ ຂໍ້ກຳນົດຂອງກົດໝາຍ; ເພີ່ມທະວີການຮ່ວມມື, ການແລກປ່ຽນລະຫວ່າງລັດຖະສະພາ ແລະ ບັນດາຝ່າຍກ່ຽວຂ້ອງ; ເພີ່ມທະວີການເຂົ້າຮ່ວມຂອງບັນດາລັດຖະສະພາໃນວຽກງານຂອງບັນດາກົນໄກສິດທິມະນຸດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ