ສະພາສິດທິມະນຸດ ສປຊ ປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ

(VOVWORLD) - ບັນດາຕົວການກໍ່ໂທດກຳຢູ່ ຊີຣີ ນີ້ພວມໄດ້ຮັບການຢັ້ງຢືນ ແລະ ພວມສ້າງສຳເນົາເອກະສານ ເພື່ອກະກຽມໃຫ້ການຮ້ອງຟ້ອງໃນອະນາຄົດ.
ສະພາສິດທິມະນຸດ ສປຊ ປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ - ảnh 1 ກອງປະຊຸມຂອງສະພາສິດທິມະນຸດ ສປຊ

 

ວັນທີ 3 ມີນາ, ທ່ານ Zeid Ra’ad al – Hussein, ຂະຫຼວງໃຫຍ່ຫະປະຊາຊົນກ່ຽວກັບສິດທິມະນຸດ ໄດ້ປະກາດວ່າ: ບັນດາການບຸກໂຈມຕີທາງອາກາດໃສ່ Ghouta ຕາເວັນອອກ ແລະ ຍິງປືນໃຫຍ່ຈາກເຂດໂດຍທະຫານກະບົດຄວບຄຸມເຂົ້າ Damascus ອາດຈະແມ່ນໂທດກຳສົງຄາມ ແລະ ຕ້ອງໄດ້ຮັບການຮ້ອງຟ້ອງ. ເຈົ້າໜ້າທີ່ ສປຊ ເນັ້ນໜັກວ່າ: ບັນດາຕົວການກໍ່ໂທດກຳຢູ່ ຊີຣີ ນີ້ພວມໄດ້ຮັບການຢັ້ງຢືນ ແລະ ພວມສ້າງສຳເນົາເອກະສານ ເພື່ອກະກຽມໃຫ້ການຮ້ອງຟ້ອງໃນອະນາຄົດ.

        ຕາມແຈ້ງຂ່າວຂອງ ສປຊ, ດ້ວຍບັດເຫັນດີ 25 ບັດ, ບັດຄ້ານ 4 ບັດ ແລະ ບັດຂາວ 8 ບັດ, ສະພາສິດທິມະນຸດ (HRC) ໄດ້ຕົກລົງເປີດວາລະປຶກສາຫາລື ກ່ຽວກັບສະພາບການຢູ່ Ghouta ຕາເວັນອອກຂອງ ຊີຣີ ຊຶ່ງດຳເນີນໃນເວລາ 15 ໂມງຂອງວັນທີ 2 ມີນາ (ຕາມເວລາທ້ອງຖິ່ນ). ຂໍ້ສະເໜີນີ້ໂດຍ ອັງກິດ ຍົກອອກມາ ແລະ ຜູ້ຕາງໜ້າ ອັງກິດ ໄດ້ຮຽກຮ້ອງ HRC ມີການກະທຳຢ່າງຮີບດ່ວນເພື່ອແກ້ໄຂວິກິດການມະນຸດສະທຳຂອງ Ghouta ຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ