ສະພາເລືອກຕັ້ງແຫ່ງຊາດໄຂວາລະປະຊຸມເທື່ອທີ4

ສະພາເລືອກຕັ້ງແຫ່ງຊາດໄຂວາລະປະຊຸມເທື່ອທີ4 - ảnh 1
ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນກ່າວ​ຄຳ​
ເຫັນ​ປະກອບ​ຄວາມ​ເຫັນ​ຢູ່​ວາລະ​ປະຊຸມ
(ພາບ: TTXVN)

(vovworld) –  ​ໂດຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ວຽກ​ງານການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ​​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ຕອນ​ເຊົ້າ​ວັນ​ທີ 13/04, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​​ໄດ້ໄຂ​ວາລະ​ປະຊຸມ​ເທື່ອ​ທີ 4 ຢູ່​ຫໍ​ປະຊຸມສະພາ​ແຫ່ງ​ຊາດ ​ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ​ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ. ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ບັນດາ​ສະມາຊິກ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ປຶກສາ​ຫາລື ​ແລະ ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິຈັດ​ແບ່ງ​ໜ້າ​ທີ່​ຂອງ​ບັນດາ​ສະມາຊິກ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນຢູ່​ວາລະ​ປະຊຸມ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ​ຂອງ​ລະບົບ​ບັນ​ດາ​ອົງການ​ທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ມີ​ບົດ​ບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາອະນຸ​ກຳມາ​ທິການ, ສະມາຊິກ​ຂອງ​ສະພາ​ເລືອກ​ຕັ້ງ. ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ​ເນັ້ນ​ໜັກ​ວ່າ ​ໄລຍະ​ມໍ່ໆ​ມາ​ນີ້ ຄວນ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ການ​ເລືອກ​ຕັ້ງ ກໍ່​ຄື​ຮັບປະກັນ​ຄວາມ​ສະຫງົບ​, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງຄົມ, ຮັບປະກັນຂ້ໍ​ມູນ​ຂ່າວສາ​ນ​ທີ່​ສະໜອງ​ຢ່າງທັນ​ການ, ສ້າງບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ, ​ມີຄວາມ​​ເຊື່ອ​ໝັ້ນ​ໝູ່​ໃນ​ປະຊາຊົນ, ​ເພື່ອ​ໃຫ້​ວັນ​ເລືອກ​ຕັ້ງ​ກາຍ​ເປັນ​ວັນ​ບຸນ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢ່າງ​ແທ້​ຈິງ.

ຂ່າວ/ບົດ​ອື່ນ