ສະພາແຫ່ງຊາດ ຊີຣີ ຖະແຫຼງຢຸດຍິງຢູ່ Ghouta ຕາເວັນອອກ

(VOVWORLD) - ກອງທັບ ຊີຣີ ຖະແຫຼງຢຸດຍິງຢູ່ເຂດ Ghouta ຕາເວັນອອກ ໃກ້ກັບນະຄອນຫລວງ Damascus, ເລີ່ມແຕ່ 12 ໂມງຕອນທ່ຽງວັນທີ 22 ກໍລະກົດ
 
ສະພາແຫ່ງຊາດ ຊີຣີ ຖະແຫຼງຢຸດຍິງຢູ່ Ghouta ຕາເວັນອອກ - ảnh 1  ກອງທັບ ຊີຣີ (ພາບ: EPA/TTXVN) 

ຖະແຫຼງການຊີ້ແຈ້ງວ່າ “ຢຸດຕິການປະທະກັນທີ່ບາງເຂດຢູ່ Ghouta ຕາເວັນອອກ ຂຶ້ນ ກັບແຂວງ Damascus ແຕ່ 12 ໂມງຕອນທ່ຽງວັນທີ 22 ກໍລະກົດ (ຕາມເວລາທ້ອງຖິ່ນ)”, ພ້ອມທັງເນັ້ນໜັກວ່າ ໂດຍບໍ່ວ່າການລະເມີດໃດໆ ສຳລັບຄຳສັ່ງຢຸດຍິງນີ້ ຈະຖືກໂຕ້ຕອບ, ເຖິງຢ່າງໃດກໍ່ຕາມ ບໍ່ເປີດເຜີຍວ່າ ການຢຸດຍິງຈົດຮອດເວລາໃດ.

       ກອງທັບ ຊີຣີ ຍົກອອກຄຳຖະແຫຼງດັ່ງກ່າວ ພາຍຫລັງກະຊວງປ້ອງກັນປະເທດ ລັດເຊຍ ປະກາດໃນວັນທີ 22 ກໍລະກົດ ວ່າ ບັນດາເຈົ້າໜ້າທີ່ກະຊວງນີ້ ໄດ້ເຊັນຂໍ້ຕົກລົງກັບກຳລັງລຸກຮື້ຂຶ້ນນິຍົມຄວາມສະຫງົບຢູ່ ຊີຣີ ກ່ຽວກັບວິທີການເຄື່ອນໄຫວ “ເຂດຫລຸດຜ່ອນປີນຂັ້ນໄດ Ghouta ຕາເວັນອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ