ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງ ຢູ່ຂັ້ນຮາກຖານ

ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງ ຢູ່ຂັ້ນຮາກຖານ - ảnh 1
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງ ຢູ່ຂັ້ນຮາກຖານ
ພາບ:internet


(vovworld) - ວັນ​ທີ 22/11, ​ໂດຍສືບ​ຕໍ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ ) ​​ໄດ້​ປຶ​ກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​​ໄກ່​ເກ່ຍປອງ​ດອງຢູ່​ຂັ້ນ​ຮາກ​ຖານ. ຮ່າ​ງກົດໝາຍ​ສະບັບ​ນີ້ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ຫນ້າ​ທີ່​ຂອງ​ລັດຖະບານ, ກະຊວງ​ຍຸຕິ​ທຳ, ບັນດາ​ກະຊວງ ​ແລະ ອົງການ​ທຽບ​ເທົ່າ​ກະຊວງ, ອົງການ​ຂຶ້ນ​ກັບ​ຄະນະ​ກຳມະການ​ປະຊາຊົນ​ທຸກ​ຂັ້ນ ມີ​ບົດບາດ​ຄຸ້ມ​ຄອງ,​ ສ້າງ​ເງື່ອນ​ໄຂ​ສະດວກ, ຫນູນ​ຊ່ວຍ​ງົບປະມານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໄກ່​ເກ່ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ. ຈຸດ​​ໃຫມ່​ຂອງ​ຮ່າງ​ກົດໝາຍ​ສະບັບ​ນີ້ ​ເມື່ອ​ທຽບ​ໃສ່​ລັດຖະບັນຍັດ​ວ່າ​ດ້ວຍ​ການໄກ່​ເກ່ຍປອງ​ດອງຢູ່​ຂັ້ນ​ຮາກ​ຖານ​ໃນ​ປະຈຸ​ບັນ ​ແມ່ນ​ຮັບ​ຮູ້​ບົດບາດ​ຫລັກ​ແຫ​ລ່ງຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ​ໃນ​ວຽກ​ງານ​ໄກ່​ເກ່​ຍປອງ​ດອງ. ກ່ຽວ​ກັບ​ມາດຖານ​ສຳລັບຜູ້​ເຮັດ​ວຽກ​ງານ​ໄກ່​​ເກ່ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ,​ທ່ານ​ນາງ ຫງວຽນ​ທິບິ​ກຍ້ຽມ, ສສຊ ​ແຂວງ ອຽນ​ບາຍ ປະກອບ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່​ເລື່ອງ ຜູ້​ເຮັດ​ວຽກ​ງານ​ໄກ​່​​ເກ​ຍປອງ​ດອງມີ​ຄວາມ​ຮູ້​ດ້ານ​ກົດໝາຍ​ແມ່ນ​ດີ​ທີ່​ສຸດ ​ແລະ ຈຳ​ເປັນ​ທີ່​ສຸດ. ສະ​ນັ້ນ ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ: ກົດໝາຍ​ສະບັບ​ດັ່ງກ່າວ​ຕ້ອງ​ກຳນົດ​ມາດຖານ​ຂອງ​ຜູ້​ເຮັດ​ວຽກ​ງານ​ໄກ່​ເກ່ຍປອງ​ດອງ​ຕາມ​ທິດ​ເປີດ ​ເພື່ອ​ເໝາະ​ສົມ​ກັບ​ແຕ່ລະ​ເຂດ, ​​ແຕ່ລະ​ທ້ອງ​ຖິ່ນ. ​ໃນ​ວິວັດ​ການ​ໄກ່​ເກ່ຍປອງ​ດອງ ຄວນ​ສ້າງ​ເງ່ືອນ​ໄຂ​ໃຫ້​ແກ່​ຜູ້​ເຮັດ​ວຽກ​ງານ​ໄກ່​ເກ່ຍປອງ​ດອງ​ໄດ້​ຮັບ​ການ​ບຳລຸງ​ຄວາມ​ຮູ້​ດ້ານ​ກົດໝາຍ, ຍົກ​ສູງ​ວິຊາ​ສະ​ເພາະ ​ແລະ ຄວາມ​ຊຳນານ​ງານ​ໃນ​ການ​ໄກ່​ເກ່​ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ.”

 

ຂ່າວ/ບົດ​ອື່ນ