ສະພາແຫ່ງຊາດ ມ້ຽນມາ ຈັດກອງປະຊຸມຄັ້ງທຳອິດພາຍຫຼັງການເລືອກຕັ້ງເພີ່ມເຕີມ

ສະພາແຫ່ງຊາດ ມ້ຽນມາ ຈັດກອງປະຊຸມຄັ້ງທຳອິດພາຍຫຼັງການເລືອກຕັ້ງເພີ່ມເຕີມ - ảnh 1
ກອງປະຊຸມຄັ້ງທີ 3 ສະພາແຫ່ງຊາດມ້ຽນມາ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ພາຍຫຼັງ ​ຖືກ​​ໂຈະ​ໄວ້ 1 ​ເດືອນ, ວັນ​ທີ 23/4, ສະພາ​ສູງ ​ແລະ ສະພາ​ຕ່ຳ ມ້ຽນ​ມາ ​ໄດ້​ເຊື່ອມ​ຕໍ່​ກອງປະຊຸມ​ຄັ້ງ​ທີ 3 ຢູ່​ນະຄອນຫຼວງ Nay Pyi Taw ​ເພື່ອ​ສືບ​ຕໍ່​ປຶກສາ​ຫາລື​ຮ່າງ​ກົດໝາຍ ສະບັບ​ປັບປຸງ​ຈຳ​ນວນ​ໜຶ່ງ. ກອງປະຊຸມ​ຂອງ​ສະພາ​ສູງ ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ 215 ທ່ານ​ເຂົ້າ​ຮ່ວມ ​ແລະ ກອງ​ປະຊຸມ​ຂອງ​ສະພາ​ຕ່ຳ​ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ 377 ທ່ານ​ເຂົ້າ​ຮ່ວມ. ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງສະພາ​ແຫ່ງ​ຊາດ ມ້ຽນ​ມາ ພາຍຫຼັງ​ການ​ເລືອກ​ຕັ້ງ​ເພີ່ມ​ເຕີມ​ເມືອ​ວັນ​ທີ 1/4 , ​ໃນ​ນັ້ນ, ພັກ​ສະຫະພັນ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ (ຫຼື NLD) ຝ່າຍ​ຄ້ານ​ຂອງ​ທ່ານ​ນາງ Aung San Suu Kyi ຍາດ​ໄດ້​ໄຊຊະນະ​ດ້ວຍ 43 ທີ່​ນັ່ງ​ໃນ​ຈະ​ນວນ 45 ທີ່​ນັ່ງ​ໄດ​້ຮັບ​ການ​​ເລືອກເພີ່ມ​ເຕີມ. ຄາດ​ວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ສູງ ​ແລະ ສະພາ​ຕ່ຳ ມ້ຽນ​ມາ ຈະສືບ​ຕໍ່​ປຶກສາ​ຫາລື​ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ຈຳນວນ​ໜຶ່ງ. ກ່ອນ​ໜ້າ​ນັ້ນ, ​ໃນ​ກອງ​ປະຊຸ​ມ​ແຕ່​ວັນ​ທີ 26/1 ຫາ 23/3, ສະພາ​ແຫ່ງ​ຊາດ ມ້ຽນ​ມາ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ເພີ່ມ​ເຕີມ​ສະຫະພາບ 2012, ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ສະຫະ​ພາບ 2012, ກົດໝາຍ​ວ່າ​ດ້ວຍການ​ວາງ​ແຜນການ​ແຫ່ງ​ຊາດ 2012 – 2013, ກົດໝາຍ​ວ່າ​ດ້ວຍ​ການ​ແກ້​ໄຂ​ການ​​ແກ່ງ​ແຍ້​ງ​​ໃນ​ການ​ອອກແຮງ​ງານ, ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ກົດໝາຍ​ວ່າ​ດ້ວຍນິຄົມ​ກະ​ເສດ 2011 ​ແລະ ກົດໝາຍ​ວ່າ​ດ້ວຍ​ຄະນະກຳມາ​ທິການ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ